ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ (ປະຈຸບັັັນ)
แขวง สะหวันนะเขต
(ຄຳເຄົ້າ: ແຂວງສວັຣຄ໌ນເຂຕ)ເປັນແຂວງໜຶ່ງຂອງ ສ.ປ.ປ.ລາວ ຕັ້ງຢູ່ທາງພາກກາງ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບແຂວງຄຳມ່ວນ, ທິດໃຕ້ຕິດກັບແຂວງສາລະວັນ ເປັນແຂວງ ໃຫຍ່ອັນດັບໜຶ່ງຂອງ ສ.ປ.ປ.ລາວ.
ສະຫວັນນະເຂດ ມີປະຊາກອນອາໄສຫລາຍທີ່ສຸດປະມານ 15% ຂອງປະຊາກອນທົ່ວປະເທດສ່ວນໃຫຍ່ເປັນລາວລຸ່ມ, ໄທດຳ... ເປັນແຂວງທີ່ມີພື້ນທີ່ກວ້າງໃຫຍ່ເປັນອັນດັບໜຶ່ງ ຂອງລາວ ສະຫວັນນະເຂດຫ່າງຈາກແຂວງຄຳມ່ວນມາທາງທິດໃຕ້ປະມານ 80 ກິໂລແມັດ ຢູ່ທາງທິດເຫນືອຂອງແຂວງສາລະວັນ ມີແມ່ນ້ຳຂອງເປັນຊາຍແດນທຳມະຊາດ.
ເມື່ອວັນທີ 20 ທັນວາ ຄ.ສ 2006 ໄດ້ມີພິທີເປີດຂົວມິດຕະພາບລາວ-ໄທ ແຫ່ງທີ 2 ຢ່າງເປັນທາງການ ເຊິ່ງຂົວນີ້ເປັນຂົວເຊື່ອມແລວທາງເສດຖະກິດຕາເວັກຕົກ - ຕາ ເວັນອອກ ລະຫວ່າງ ຫວຽດນາມ-ລາວ-ໄທ-ພະມ້າ ເຮັດໃຫ້ແຂວງສະຫວັນນະເຂດເປັນເສັ້ນທາງການຄ້າທີ່ສຳຄັນຂອງລາວ ແລະ ລັດຖະບານລາວຍັງໄດ້ ປະກາດສ້າງຕັ້ງ ເຂດເສດຖະກິດພິເສດ ສະຫວັນ-ເຊໂນ ເພື່ອເປັນການສົ່ງເສີມ ແລະ ດຶງດູດການລົງທຶນ.
ປະຫວັດແຂວງສະຫວັນນະເຂດ
ປະຫວັດສາດຂອງສະຫວັນນະເຂດເລີ່ມໃນສະໄຫມຂອມ ເຮືອງອຳນາດ ເມືອງນີ້ຊື່ວ່າເມືອງສຸວັນນະພູມປະເທດເປັນເມືອງ ທີ່ອຸດົມສົມບູນດ້ວຍຊັບພະຍາກອນທຳມະຊາດໃນປີ ຄສ 1577 ທ້າວຫລວງ ແລະ ນາງສິມໄດ້ອົບພະຍົກຜູ້ຄົນຈາກພາກເຫນືອລົງມາຕັ້ງຫມູ່ບ້ານຊື່ວ່າ ຫລວງໂພນເມືອງສິມຫ່າງຈາກຕົວເມືອງ ປະຈຸບັນປະມານ 18 ກິໂລແມັດ ເສັ້ນທາງດຽວ ກັບໄປພະທາດອີງຮັງ ເມື່ອເຖິງປີ ຄສ 1642 ທ້າວ ສິມພະລີ (ລູກຊາຍ) ໄດ້ພາຊາວບ້ານຫລາຍສິບຄອບຄົວແຍກອອກໄປຕັ້ງເມືອງໃຫມ່ ໃນເຂດສະຫວັນນະເຂດເອີ້ນວ່າບ້ານທ່າແຮ່ ເພາະອຸດົມສົມບູນດ້ວຍແຮ່ທາດຕ່າງໆ ຈົນເຖິງປີ ຄສ 1919 ເມື່ອລາວຕົກເປັນອານານິຄົມຝັ່ງໄດ້ຕັ້ງສຳນັກງານ ຜູ້ວ່າລາຊະການແຜ່ນດິນປະຈຳແຂວງຢູ່ ທ່າແຮ່ ແລະຕັ້ງຊື່ໃຫ້ໃຫມ່ເປັນ "ສະຫວັນນະເຂດ".
ທີ່ຕັ້ງ
ແຂວງສະຫວັນນະເຂດ ຕັ້ງຢູ່ໃນເສັ້ນຂະໜານທີ 16° 32′ 24″ ເໜືອ ແລະ ເສັ້ນແວງທີ 105° 46′ 48″ ຕາເວັນອອກ, ມີເນື້ອທີ່ 2,177,400 ເຮັກຕາ ແລະ ມີເຂດແດນຕິດຈອດກັບແຂວງ ແລະ ປະເທດໃກ້ຄຽງຄືດັ່ງນີ້ :
Savannakhet Province is located at 16 ° 32 ′ 24 ″ latitude and 105 ° 46 ′ 48 ″ East, with an area of 2,177,400 hectares and borders the neighboring provinces and countries as follows:
Adjacent to Khammouane Province, up to 314 km long. To the south, it borders Saravane province for 259 km. It is 122 km long to the east and borders Vietnam. To the west, it borders the Kingdom of Thailand with a length of 152 km
ທິດເໜືອຕິດກັບແຂວງຄຳມ່ວນ ຍາວເຖິງ 314 ກມ.
ທິດໃຕ້ຕິດກັບແຂວງສາລະວັນ ຍາວເຖິງ 259 ກມ.
ທິດຕາເວັນອອກຕິດກັບ ສ.ສ.ຫວຽດນາມ ຍາວ122 ກມ.
ທິດຕາເວັນຕົກຕິດກັບຣາຊະອານາຈັກໄທ ຍາວ 152 ກມ
ແຂວງສະຫວັນນະເຂດ ໄດ້ແບ່ງອອກເປັນສອງເຂດໃຫຍ່ຄື: ເຂດທົ່ງພຽງກວມ 59% ແລະ ເຂດພູພຽງກວມ 41%(ແບ່ງຕາມລະດັບສູງຈາກນ້ຳທະເລ). ເຂດທົ່ງພຽງແບ່ງອອກເປັນອີກສອງເຂດຄື
ເຂດທົ່ງພຽງສ່ວນທີ່ລຽບຕາມລຳແມ່ນໍ້າຂອງ ກວມເອົາ 04 ເມືອງຄື: ເມືອງໄຊບູລີ, ເມືອງໄກສອນ ພົມວິຫານ,ເມືອງໄຊພູທອງ ແລະ ສອງຄອນ, ເປັນເຂດທີ່ອຸດົມສົມບູນດ້ວຍເຂົ້າປາອາຫານເປັນແຫລ່ງການຜະລິດເຂົ້າ, ພືດຕະກູນ ຖົ່ວແລະລ້ຽງສັດ(ສັດປີກ,ສັດໃຫຍ່ ແລະ ປາ) ເຊີ່ງມີຄວາມ ສູງຈາກລະດັບນ້ຳທະເລແຕ່ 140 ຫາ 180 ແມັດ.
ສ່ວນເຂດທົ່ງພຽງທີ່ຕັ້ງຢູ່ໃຈກາງລະຫວ່າງເຂດພູພຽງ ກັບທົ່ງພຽງລຽບນ້ຳຂອງນັ້ນ ກວມເອົາ 06 ເມືອງຄື: ເມືອງອຸທຸມພອນ, ອາດສະພັງທອງ, ພະລານໄຊ, ເມືອງຈຳພອນ,ຊົນນະບູລີ ແລະ ອາດສະພອນ, ເຂດນີ້ເປັນເຂດທີ່ປູກເຂົ້າ, ປູກພືດອຸດສາຫະກຳ ແລະ ລ້ຽງສັດໃຫຍ່(ງົວຄວາຍ) ເຊີ່ງມີຄວາມສູງຈາກລະດັບນ້ຳທະເລແຕ່ 180 ຫາ 200 ແມັດ.
ສ່ວນວ່າເຂດພູພຽງກວມເອົາ 05 ເມືອງປະກອບມີ: ເມືອງນອງ,ເຊໂປນ,ວິລະບູລີ, ພີນ ແລະ ທ່າປາງທອງ ເປັນເຂດລໍ່ລ້ຽງໃຫ້ຄວາມຊຸ່ມຊື່ນໃຫ້ເຂດທົ່ງພຽງ, ເໝາະສົມໃນການປູກ ໄມ້ໃຫ້ໝາກ, ພຶດອຸດສາຫະກຳ ແລະ ລ້ຽງສັດ ໃຫຍ່ທຸກໆປະເພດ, ເຂດນີ້ມີຄວາມສູງຈາກລະດັບໜ້ານ້ຳທະເລແຕ່ 200 ຫາ 1.000 ແມັດ.
ເຂດການປົກຄອງ
- ເຂດການປົກຄອງ:15 ເມືອງ, 1.016 ບ້ານ, 168 ກຸ່ມບ້ານ
- ປະຊາກອນ : 886.985 ຄົນ, ຍິງ450.100 ຄົນ
- ອັດຕາເພີ່ມສະເລ່ຍແຕ່ລະປີ ປະມານ 1,7 %
- ຄວາມຫນາແຫນ້ນສະເລັ່ຍ 41 ຄົນ/ກິໂລແມັດມົນທົນ.
- ປະກອບດ້ວຍ 2 ເຜົ່າໃຫຍ່ຄື: ເຜົ່າລາວລຸ່ມ, ເຜົ່າລາວເທິງ.
- ເນື້ອທີ່ : 2.177.400 ເຮັກຕາ, ດິນກະສິກຳມີ : 7 ແສນ
ກວ່າເຮັກຕາ ເນື້ອທີ່ປ່າໄມ້ 1,5 ລ້ານເຮັກຕາ, ເນື້ອທີ່ທົ່ງພຽງ
ກວມ59% ແລະ ເນື້ອທີ່ເຂດພູດອຍກວມ41%.
ສະຖານທີ່ທ່ອງທ່ຽວ
- ພະທາດອີງຮັງ
- ເຮືອນຫີນ
- ພະທາດໂພ່ນ
- ຫໍພິພິດທະພັນສະຫວັນນະເຂດ
- ຫໍພິພິດທະພັນໄດໂນເສົາ
- ຂົວມິດຕະພາບລາວ-ໄທ ແຫ່ງທີ II
- ແກ້ງກະເບົາ ແກ້ງກະເບົາ
- ຫໍໄຕ
- ປ່າສະຫງວນແຫ່ງຊາດພູຊ້າງແຫ່
- ຕະຫລາດສິງກະໂປ
- ວັດໄຊຍະພູມ
- ວັດເຈົ້າ
- ຖະຫນົນສີເມືອງ
- ວັດຣັດຕະນະລັງສີ
- ອະນຸສາວະລີທ່ານກຸວໍລະວົງ
- ໂບດເຊັນເທເລຊາ
- ໜອງປາຝາ
- ດົງລີງ
- ເຊໂປນ
- ປ່າສະຫງວນດົງນາຕາດ
- ຫໍພິພິທະພັນໄຊຊະນະຮ່ວມສຳພັນສູ້ຮົບບໍລິເວນທາງເລກ 9
- ເສັ້ນທາງໂຮ່ຈິມິນ
Phathat Inghang Stone House Phathatphon Savannakhet Museum Dinosaur Museum Lao-Thai Friendship Bridge II Kengkabao Kengkabao Reserve National Park Phu Xang Parade Singapore Market Wat Xayaphoum Vat Chao Thanon Simuang Wat Rattanalangsy Monument