วันเสาร์ที่ 12 มกราคม พ.ศ. 2562

แขวงคำม่วน /ແຂວງຄຳມ່ວນ/khammouane

แขวงคำม่วน /ແຂວງຄຳມ່ວນ/khammouane(ອັງກິດ: Khammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕະເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.


ແຂວງຄຳມ່ວນມີຄວາມສຳຄັນທາງປະຫວັດສາດລາວ 
ໃນອະດີດປະມານ ຄ.ສ 5 ແຂວງຄຳມ່ວນເຄີີຍເປັນທີ່ຕັ້ງຂອງ ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ) ເປັນທີ່ຮູ້ຈັກກັນໃນນາມ ເມືອງສີໂຄດຕະບູນ ຫຼື ສີໂຄຕະປູຣະ. ໃນສະໄໝຝຣັ່ງເຂົ້າມາຮຸກຮານລາວເຮົາ ເມືອງສີໂຄດຕະບູນ ຈຶ່ງໄດ້ຖືກປ່ຽນຊື່ເປັນເມືອງທ່າແຂກ ດ້ວຍເຫດນີ້ພາຍໃນເມືອງທ່າແຂກ ຈຶ່ງສາມາດພົບເຫັນອາຄານສະຖາປັດຕະຍະກຳ ແບບຝຣັ່ງ ຢັ້ງຢາຍຢູ່. ປັດຈຸບັນຊື່ເມືອງທ່າແຂກຈຶ່ງເປັນພຽງຊື່ເມືອງເອກຂອງແຂວງເທົ່ານັ້ນ. ເນື່ອງຈາກຊື່ເມືອງທ່າແຂກບໍ່ໄດ້ສະທ້ອນເຖິງຄວາມເປັນລາວຢ່າງພຽງພໍ.

ຢູ່ທ່າແຂກເຣົາ ຍັງມີຄົນນຶ່ງ ເກີດເມື່ອປີ ໑໙໑໖, ເຄີຍເປັນນັກຕໍ່ສູ້ ຄຽງບ່າ ຄຽງໄຫລ່ ກັບກອງທັພຝຣັ່ງເສສ. ຕໍມາ ໄດ້ໄປສຶກສາ ເອົາວິຊາຊັ້ນສູງ ທີ່ປະເທສຝຣັ່ງເສສ. ຫລັງຈາກຈົບການສຶກສາ ກໍກັບມາລາວ ແລ້ວກໍເຂົ້າໄປຮ່ວມການຕໍ່ສູ້ ກັບຄະນະ ແນວລາວຮັກຊາດ. ຖ້າຢາກໄດ້ຄວາມຈິງ ແລະ ຣະອຽດອ່ອນ ໃຫ້ພວກທ່ານຈົ່ງໄປສືບຖາມຫາ. ຫລັງຈາກການປ່ຽນແປງຣະບອບໃຫມ່ ຜູ້ກ່ຽວກໍມີໜ້າທີ່ສຳຄັນ ໃນຄະນະຜູ້ນຳ ສໄໝນັ້ນ. ແຕ່ກໍບໍ່ຮູ້ວ່າ ເພິ່ນຈະກ້າເວົ້າອອກມາຫລືບໍ່ ເພາະຣະບອບ ປັດຈຸບັນ ແມ່ນຣະບອບ ນາບຂູ່ປະຊາຊົນ ຈອບຊອກເອົາແຕ່ຄວາມຜິດຜູ້ອື່ນ. ດຽວນີ້ ບ້ານເມືອງລາວເຮົາ ເຕັມໄປດ້ວຍແຕ່ແກວ ທົ່ວໂລກເຂົາເລົ່າລືວ່າ ເມືອງລາວເອງ ເປັນຫົວເມືອງຂຶ້ນຂອງແກວ ແບບພິເສດ. ໃຫ້ຄິດດີໆເບິ່ງວ່າ ໄປມາທາງໃດ ກໍມີແຕ່ແກວ ມາແຍ່ງຊິງ ການຫາຢູ່ຫາກິນຂອງຄົນລາວ ຖ້າຈະເວົ້າເຣຶ່ອງບ້ານການເມືອງ ກໍຕ້ອງຣະວັງ ຕ້ອງຫລຽວຫນ້າແລະຫລຽວຫລັງເສັຍກ່ອນຈຶ່ງເວົ້າ. ເວົ້າມານີ້ ແມ່ນສຽງແນະນຳ ໃຫ້ພວກທ່ານ ໄດ້ເປີດຫູ ມືນຕາ ເບິ່ງໂລກໃຫ້ກວ້າງອອກໄປ.

ສະຖານທີ່ທ່ອງທ່ຽວ
  • ພະທາດສີໂຄດຕະບອງ
  • ຖະໜົນສິງກະໂປຈຸລະມະນີ
  • ຖະໜົນສຸພານຸວົງ
  • ພະທາດເມືອງພອນ
  • ຕາດຄອນແກ້ວ
  • ກຳແພງຍັກ
  • ນ້ຳຕົກຕາດສະນາມ
  • ຖ້ຳຜາແຂ້
  • ຖ້ຳຊຽງລຽບ
  • ຖ້ຳພະຈັນ
  • ຖ້ຳພະອິນ
  • ຖ້ຳພະ(ຖ້ຳຜາຊ້າງ)
  • ຖ້ຳກອງລໍ
  • ຖ້ຳນົກແອ່ນ(ຖ້ຳນາງແອ່ນ)
  • ປ່າ​ສະ­ຫງວນ​ແຫ່ງ​ຊາດພູ​ຫີນ​ປູນ
  • ເຂີນໄຟຟ້ານ້ຳເທີນ 2
  • ຂົວມິດຕະພາບລາວ-ໄທ ແຫ່ງທີ 3
  • ວັດຖຸບູຮານວັດບ້ານ​ທ່າ​ຫມີ
  • ຖ້ຳຂຸນນ້ຳໂດນ
  • ປ່າສະຫງວນແຫ່ງຊາດຫີນໜາມໜໍ່
  • ທ່າຝຣັ່ງ
  • ຕະຫຼາດຫຼັກສອງ
  • ຕະຫຼາດຫຼັກສາມ
  • ທາດຕຸມພະວັງ(ບ້ານນາວາງ)
  • ດິນຈີ່ກາຍເປັນຫີນ(ວັດປ່າໂຊກຄຳແສນ)

    Cr: lo.wikipedia.org

ไม่มีความคิดเห็น:

แสดงความคิดเห็น

ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ (ປະຈຸບັັັນ) แขวง สะหวันนะเขต Savannakhet Province

ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ  (ປະຈຸບັັັນ)  แขวง สะหวันนะเขต  Savannakhet Province    (ຄຳເຄົ້າ: ແຂວງສວັຣຄ໌ນເຂຕ)ເປັນແຂວງໜຶ່ງຂອງ ສ.ປ.ປ.ລາ...