วันเสาร์ที่ 12 มกราคม พ.ศ. 2562

แขวงหลวงพระบาง | ແຂວງຫຼວງພະບາງ | Luangprabang

แขวงหลวงพระบาง | ແຂວງຫຼວງພະບາງ 
(ຄຳເຄົ້າ: ແຂວງຫຼວງພຣະບາງ, ອັງກິດ: Luangprabang) ເປັນແຂວງໜຶ່ງຂອງ 
ປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕັ້ງຢູ່ທາງພາກເໜືອຂອງປະເທດ 
ບໍລິເວນແຄມຝັ່ງແມ່ນ້ຳຂອງ ແລະ ແມ່ນ້ຳຄານ ຊຶ່ງໄຫຼມາປ່ອງໃສ່ກັນ ແລະ ມີເມືອງເອກ ແມ່ນ ເມືອງຫຼວງພະບາງທີ່ເປັນມໍລະດົກໂລກອີກດ້ວຍ.


ສະຖານທີ່ທ່ອງທ່ຽວ|สะถานที่ท่องเที่ยว
  • ຫໍພິພິດທະພັນແຫ່ງຊາດຫຼວງພະບາງ
  • ຫໍພະບາງ
  • ພະບາງ
  • ພະຣາຊະວັງຊຽງແກ້ວ
  • ພູສີ
  • ວັດຊຽງທອງ
  • ຖ້ຳຕິ່ງ
  • ຖໍ້ານາງອັ໋ນ
  • ນ້ຳຕົກຕາດກວາງຊີ
  • ນ້ຳຕົກຕາດທອງ
  • ຕາດແສ້
  • ວັດວິຊຸນ
  • ວັດໃໝ່
  • ວັດພະບາດໃຕ້(ວັດຫວຽດ)
  • ວັດແສນ
  • ວັດຄີລີ
  • ວັດປ່າໂພນເພົາ
  • ວັດທາດນ້ອຍ
  • ວັດຫົວຊຽງ
  • ວັດໂພນໄຊ
  • ວັດຊຽງມ່ວນ
  • ວັດຈຸມຄ້ອງ
  • ວັດປ່າໄຜ່
  • ວັດສີພຸດທະບາດ
  • ວັດໜອງສີຄູນເມືອງ
  • ວັດສົບ
  • ວັດສີບຸນເຮືອງ
  • ວັດສິລິມຸງຄຸນໄຊຍາຣາມ
  • ວັດປາກຄານ
  • ວັດທາດຫຼວງ
  • ວັດມະໂນຣົມ
  • ວັດຖ້ຳພູສີ
  • ວັດອາໄພ
  • ວັດອາຮາມອຸດຕະມະທານີ
  • ວັດໝື່ນນາ
  • ວັດຈອມເພັດ
  • ວັດຊຽງແມນ
  • ວັດລ່ອງຄູນແລະຖ້ຳຄູຫາສັກກະລິນ
  • ວັດສັງຄະໂລກ
  • ບ້ານຊ້າງຄ້ອງ
  • ບ້ານຜານົມ
  • ຕະຫຼາດມືດ
  • ສຸສານຫຼວງ(ປ່າຊ້າເຈົ້າຊີວິດ)
  • ບ່ອນຝັ່ງສົບອອງຣີ ມູໂອດ
  • ບ້ານຊຽງແມນ
  • ບ້ານຫາດຫ້ຽນ
  • ບ້ານຈ່ານ
  • ບ້ານຊ່າງໄຫ
  • ຕະຫຼາດຊົນເຜົ່າມົ້ງ
  • ຕະຫລາດເຊົ້າຫລວງພະບາງ
  • ຮ້ານກາເຟປະຊານິຍົມຫລວງພະບາງ
  • ເຮືອນມໍລະດົກຊຽງມ່ວນ
  • ເຂດບ້ານເຈັກ

แขวงหลวงน้ำทา / ແຂວງຫຼວງນ້ຳທາ / Louang Namtha

แขวงหลวงน้ำทา / ແຂວງຫຼວງນ້ຳທາ / Louang Namtha(ອັງກິດ: Louang Namtha) 
ແມ່ນແຂວງໜຶ່ງໃນປະເທດລາວ ທີ່ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງປະເທດ ທິດເໜືອຕິດກັບປະເທດຈີນທິດໃຕ້ຕິດກັບແຂວງບໍ່ແກ້ວ ທິດຕະເວັນອອກຕິດກັບແຂວງອຸດົມໄຊ ແລະ ທິດຕະເວັນຕົກຕິດກັບປະເທດມຽນມາ

ແຂວງນີ້ແຕ່ເດີມເປັນສ່ວນໜຶ່ງຂອງ ແຂວງຫົວຂອງ ເປັນພື້ນທີ່ຂອງແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນລວມກັນ ຕໍ່ມາຈຶ່ງໄດ້ຍຸບ ແຂວງຫົວຂອງ ລົງ ແລະ ແຍກອອກເປັນ 2 ແຂວງ ທີ່ຕັ້ງແຂວງຫົວຂອງເດີມ ໄດ້ຖືກຍຸບລົງອີກຄັ້ງ ແລະ ຕັ້ງເປັນແຂວງໃໝ່ ແລະ ປ່ຽນຊື່ເປັນແຂວງບໍ່ແກ້ວ ແລະ ແຍກເມືອງທາງເໜືອຂອງແຂວງຫົວຂອງເດີມໄປຕັ້ງແຂວງໃໝ່ ຄື ແຂວງຫຼວງນ້ຳທາ ໃນປັດຈຸບັນ.
Cr:picture/houmphet manisouk
ສະຖານທີ່ທ່ອງທ່ຽວ
  • ວັດຫຼວງບ້ານຊຽງໃຈ
  • ພະທາດຊຽງຕຶງ
  • ພະທາດເມືອງສີງ
  • ເຮືອນພະຍາເຊກອງ
  • ຣີ​ສອດ​ເມືອງ​ຫລາ
  • ຕະຫລາດກາງຄືນ
  • ເມືອງສີງ
  • ຕະຫຼາດໃຫຍ່
  • ພະທາດຫຼວງນ້ຳທາ
  • ເຂດເສດຖະກິດພິເສດບໍ່ເຕັນແດນຄຳ
  • ປ່າສະຫງວນແຫ່ງຊາດນ້ຳຫ້າ
  • ຖ້ຳເກົ່າເຫຼົ້າ ວຽງພູຄາ
  • ຕາດນ້ຳດີ
  • ພະທາດ ປຸມປຸກ ບ້ານ ນ້ຳແງ້ນ
  • ບ້ານຊົນເຜົາຍວນ ບ້ານວຽງເໜຶອ
  • ວັດຫລວງຂອນ ບ້ານຫລວງ

แขวงคำม่วน /ແຂວງຄຳມ່ວນ/khammouane

แขวงคำม่วน /ແຂວງຄຳມ່ວນ/khammouane(ອັງກິດ: Khammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕະເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.


ແຂວງຄຳມ່ວນມີຄວາມສຳຄັນທາງປະຫວັດສາດລາວ 
ໃນອະດີດປະມານ ຄ.ສ 5 ແຂວງຄຳມ່ວນເຄີີຍເປັນທີ່ຕັ້ງຂອງ ອານາຈັກຟູນັນ ແລະ ອານາຈັກເຈນລະ(ຂອມ) ເປັນທີ່ຮູ້ຈັກກັນໃນນາມ ເມືອງສີໂຄດຕະບູນ ຫຼື ສີໂຄຕະປູຣະ. ໃນສະໄໝຝຣັ່ງເຂົ້າມາຮຸກຮານລາວເຮົາ ເມືອງສີໂຄດຕະບູນ ຈຶ່ງໄດ້ຖືກປ່ຽນຊື່ເປັນເມືອງທ່າແຂກ ດ້ວຍເຫດນີ້ພາຍໃນເມືອງທ່າແຂກ ຈຶ່ງສາມາດພົບເຫັນອາຄານສະຖາປັດຕະຍະກຳ ແບບຝຣັ່ງ ຢັ້ງຢາຍຢູ່. ປັດຈຸບັນຊື່ເມືອງທ່າແຂກຈຶ່ງເປັນພຽງຊື່ເມືອງເອກຂອງແຂວງເທົ່ານັ້ນ. ເນື່ອງຈາກຊື່ເມືອງທ່າແຂກບໍ່ໄດ້ສະທ້ອນເຖິງຄວາມເປັນລາວຢ່າງພຽງພໍ.

ຢູ່ທ່າແຂກເຣົາ ຍັງມີຄົນນຶ່ງ ເກີດເມື່ອປີ ໑໙໑໖, ເຄີຍເປັນນັກຕໍ່ສູ້ ຄຽງບ່າ ຄຽງໄຫລ່ ກັບກອງທັພຝຣັ່ງເສສ. ຕໍມາ ໄດ້ໄປສຶກສາ ເອົາວິຊາຊັ້ນສູງ ທີ່ປະເທສຝຣັ່ງເສສ. ຫລັງຈາກຈົບການສຶກສາ ກໍກັບມາລາວ ແລ້ວກໍເຂົ້າໄປຮ່ວມການຕໍ່ສູ້ ກັບຄະນະ ແນວລາວຮັກຊາດ. ຖ້າຢາກໄດ້ຄວາມຈິງ ແລະ ຣະອຽດອ່ອນ ໃຫ້ພວກທ່ານຈົ່ງໄປສືບຖາມຫາ. ຫລັງຈາກການປ່ຽນແປງຣະບອບໃຫມ່ ຜູ້ກ່ຽວກໍມີໜ້າທີ່ສຳຄັນ ໃນຄະນະຜູ້ນຳ ສໄໝນັ້ນ. ແຕ່ກໍບໍ່ຮູ້ວ່າ ເພິ່ນຈະກ້າເວົ້າອອກມາຫລືບໍ່ ເພາະຣະບອບ ປັດຈຸບັນ ແມ່ນຣະບອບ ນາບຂູ່ປະຊາຊົນ ຈອບຊອກເອົາແຕ່ຄວາມຜິດຜູ້ອື່ນ. ດຽວນີ້ ບ້ານເມືອງລາວເຮົາ ເຕັມໄປດ້ວຍແຕ່ແກວ ທົ່ວໂລກເຂົາເລົ່າລືວ່າ ເມືອງລາວເອງ ເປັນຫົວເມືອງຂຶ້ນຂອງແກວ ແບບພິເສດ. ໃຫ້ຄິດດີໆເບິ່ງວ່າ ໄປມາທາງໃດ ກໍມີແຕ່ແກວ ມາແຍ່ງຊິງ ການຫາຢູ່ຫາກິນຂອງຄົນລາວ ຖ້າຈະເວົ້າເຣຶ່ອງບ້ານການເມືອງ ກໍຕ້ອງຣະວັງ ຕ້ອງຫລຽວຫນ້າແລະຫລຽວຫລັງເສັຍກ່ອນຈຶ່ງເວົ້າ. ເວົ້າມານີ້ ແມ່ນສຽງແນະນຳ ໃຫ້ພວກທ່ານ ໄດ້ເປີດຫູ ມືນຕາ ເບິ່ງໂລກໃຫ້ກວ້າງອອກໄປ.

ສະຖານທີ່ທ່ອງທ່ຽວ
  • ພະທາດສີໂຄດຕະບອງ
  • ຖະໜົນສິງກະໂປຈຸລະມະນີ
  • ຖະໜົນສຸພານຸວົງ
  • ພະທາດເມືອງພອນ
  • ຕາດຄອນແກ້ວ
  • ກຳແພງຍັກ
  • ນ້ຳຕົກຕາດສະນາມ
  • ຖ້ຳຜາແຂ້
  • ຖ້ຳຊຽງລຽບ
  • ຖ້ຳພະຈັນ
  • ຖ້ຳພະອິນ
  • ຖ້ຳພະ(ຖ້ຳຜາຊ້າງ)
  • ຖ້ຳກອງລໍ
  • ຖ້ຳນົກແອ່ນ(ຖ້ຳນາງແອ່ນ)
  • ປ່າ​ສະ­ຫງວນ​ແຫ່ງ​ຊາດພູ​ຫີນ​ປູນ
  • ເຂີນໄຟຟ້ານ້ຳເທີນ 2
  • ຂົວມິດຕະພາບລາວ-ໄທ ແຫ່ງທີ 3
  • ວັດຖຸບູຮານວັດບ້ານ​ທ່າ​ຫມີ
  • ຖ້ຳຂຸນນ້ຳໂດນ
  • ປ່າສະຫງວນແຫ່ງຊາດຫີນໜາມໜໍ່
  • ທ່າຝຣັ່ງ
  • ຕະຫຼາດຫຼັກສອງ
  • ຕະຫຼາດຫຼັກສາມ
  • ທາດຕຸມພະວັງ(ບ້ານນາວາງ)
  • ດິນຈີ່ກາຍເປັນຫີນ(ວັດປ່າໂຊກຄຳແສນ)

    Cr: lo.wikipedia.org

ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ (ປະຈຸບັັັນ) แขวง สะหวันนะเขต Savannakhet Province

ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ  (ປະຈຸບັັັນ)  แขวง สะหวันนะเขต  Savannakhet Province    (ຄຳເຄົ້າ: ແຂວງສວັຣຄ໌ນເຂຕ)ເປັນແຂວງໜຶ່ງຂອງ ສ.ປ.ປ.ລາ...