วันอังคารที่ 18 ธันวาคม พ.ศ. 2561

แขวงหัวพัน / ແຂວງຫົວພັນ Houaphan

แขวงหัวพัน / ແຂວງຫົວພັນ  Houaphan 


ແມ່ນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງພາກເໜືອ ຢູ່ທິດຕະເວັນອອກສຽງເໜືອຂອງແຂວງຊຽງຂວາງ ປະຫວັດສາດຂອງສອງແຂວງນີ້ມີຄວາມຄ້າຍຄືກັນ ພູມີປະເທດເປັນພູເຂົາສະຫລັບຊັບຊ້ອນ ພື້ນທີ່ສ່ວນໃຫຍ່ເປັນປ່າໄມ້ ອາກາດຄ່ອນຂ້າງໜາວ ປະກອບດ້ວຍຊົມກຸ່ມນ້ອຍກວ່າ 20 ເຜົ່າ ໄດ້ແກ່: ລາວລຸ່ມ, ໄທຂາວ, ໄທແດງ, ໄທເໜືອ, ໄທນ້ອຍ, ມົ້ງ, ຂະໝຸ ຯລຯ ສ່ວນໃຫຍ່ໃຊ້ພາສາຕະກູນພາສາ ລາວ-ໄຕ ແຂວງຫົວພັນ ==
  • ທີ່ຕັ້ງ
  • ທິດຕາເວັນອອກ ແລະ ທິດເໜືອ ຕິດກັບ ສ.ສ ຫວຽດນາມ
  • ທິດໃຕ້ ຕິດກັບ ແຂວງຊຽງຂວາງ
  • ທິດຕາເວັນຕົກ ຕິດກັບ ແຂວງຫລວງພະບາງ
ແຂວງ ຫົວພັນ ເປັນແຂວງທີ່ມີອຸນຫະພູມສະພາບອາກາດ ເຢັນ, ໜາວ ເຊິ່ງຍາມຝົນອຸນຫະພູມສະເລ່ຍ 30 - 33 c° ແລະ ຍາມແລ້ງອຸນຫະພູມສະເລ່ຍ 0 - 2 c°, ບາງປີກໍມີຄວາມໜາວແຮງຮອດ (-4) - (0) c° ໂດຍສະເພາະແມ່ນປີ 1987, 1998 , 2015 ອຸນຫະພູມລດລົງຮອດ (-3) c°.

ການປົກຄອງ
ແຂວງຫົວພັນປະກອບດ້ວຍ 10 ເມືອງຄື:
  • ຊຳເໜືອ (Xamneua)
  • ຊຽງຄໍ້ (Xiengkhor)
  • ເມືອງຮ້ຽມ (Muang heim)
  • ວຽງໄຊ (Viengxay)
  • ຫົວເມືອງ (Huameuang)
  • ຊຳໃຕ້ (Xamtay)
  • ສົບເບົາ (Sop Bao)
  • ເມືອງແອດ (Muang Et)
  • ເມືອງກອັນ(muang kone)
  • ເມືອງຊ່ອນ(Muang son)
  • 07-11 ເມືອງວຽງທອງ (Muang viengthong)

ສະຖານທີ່ທ່ອງທ່ຽວ
ເມືອງວຽງໄຊ
ເມືອງຊຳເໜືອ
ວັດໂພໄຊຊະນະຣາມ
ວັດອົງຕື້ ສີບຸນເຮືອງ ໄຊຍະຣາມ
ຫີນຕັ້ງ (ຫົວເມືອງ)
ພູຈອມກູບ
ຕາດສະເຫຼີ້ຍ*ເມືອງຊຳໃຕ້


ນໍ້າ­ຕົກ­ຕາດຜາຫວ່າງ: ເປັນອີກແຫຼ່ງທ່ອງທ່ຽວແຫ່ງຫນຶ່ງຂອງເມືອງຊຳໃຕ້ ທີ່ໄດ້ຖືກຄົ້ນພົບ ແລະປະ­ກາດເປີດເປັນແຫຼ່ງທ່ອງທ່ຽວທຳມະຊາດລະ­ດັບ ເມືອງຢ່າງເປັນທາງການ ຊຶ່ງໃນອະນາຄົດແຫຼ່ງທ່ອງທ່ຽວແຫ່ງນີ້ ອາດກາຍເປັນແຫຼ່ງທ່ອງທ່ຽວລະ­ດັບແຂວງ ແລະ ລະ­ດັບຊາດ.ຳ

วันจันทร์ที่ 17 ธันวาคม พ.ศ. 2561

แขวงเชกอง / ແຂວງເຊກອງ /sekhong

แขวงเชกอง / ແຂວງເຊກອງ /sekhong

ເຊກອງ  Xekong ເປັນແຂວງຫນຶ່ງຂອງສປປ.ລາວ  ທີ່ມີຊາຍແດນ ຕິດກັບແຂວງສາລະວັນ ທາງທິດເໜືອ, ຕິດກັບແຂວງຈຳປາສັກ ທາງທິດຕາເວັນຕົກ, ຕິດກັບແຂວງອັດຕະປື ທາງທິດໃຕ້ ແລະ ຕິດກັບສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທາງທິດຕາເວັນອອກ ເປັນແຂວງໜຶ່ງໃນປະເທດລາວ ທີ່ມີຈຳນວນປະຊາກອນອາໄສຢູ່ ເບົາບາງທີ່ສຸດ.

ປະຫວັດແຂວງເຊກອງ
ທີ່ຕັ້ງ
  • ທິດເໜືອຕິດກັບ ແຂວງສາລະວັນ
  • ທິດໃຕ້ຕິດກັບ ແຂວງອັດຕະປື
  • ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງຈຳປາສັກ

ປະຊາກອນ
ປະຊາກອນທັງໝົດມີ 110.512 ຄົນ (2014)
ບັນດາເມືອງ
ເມືອງທ່າແຕງ(15-04)
ເມືອງລະມາມ(15-01)
ເມືອງກະລຶມ(15-02)
ເມືອງດັກຈຶງ(15-03)

ສະຖານທີ່ທ່ອງທ່ຽວ
ນ້ຳຕົກຕາດເຊກະຕາມ
ນ້ຳຕົກຕາດໝອກຈັນ
ຫມູ່ບ້ານເຜົ່າອາລັກ
ຫມູ່ບ້ານເຜົ່າຍະເຫີນ
ພູຫລວງ
ນ້ຳຕົກຕາດແຝກ
ສູນສິລະປະຊີບແມ່ເຮືອນ

แขวงจำปาสัก / ແຂວງຈໍາປາສັກ / champasak

แขวงจำปาสัก / ແຂວງຈໍາປາສັກ / champasak






ຊື່ພາສາລາວ ແຂວງຈໍາປາສັກ
ເມືອງເອກ ປາກເຊ
ເນື້ອທີ່ 15,415 km²
ປະຊາກອນ 694,023 (2015 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 45 ຄົນ/km²



ແຂວງຈຳປາສັກ (ຄຳເຄົ້າ: ແຂວງຈຳປາສັກດ໌, ອັງກິດ: Champasak) ເປັນແຂວງຫນຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງທິດໃຕ້ຂອງປະເທດ ເປັນແຂວງສຳຄັນທາງພາກໃຕ້ມາຕັ້ງແຕ່ສະໃໝບູຮານ ເປັນທີ່ຕັ້ງຂອງອານາຈັກຈຳປາສັກ ເຄີຍຢູ່ໃນເຂດອານາຈັກຂອມບູຮານ ແຂວງນີ້ເປັນທີ່ຕັ້ງຂອງມໍລະດົກໂລກ ຜາສາດຫິນວັດພູ

ປະຫວັດແຂວງຈຳປາສັກ
ໃນສະໃໝກ່ອນຝຣັ່ງຍຶດຄອງ ເມືອງເອກຂອງແຂວງນີ້ຄື ເມືອງຈຳປາສັກ ຕັ້ງຢູ່ທາງຝັ່ງຂວາຂອງແມ່ນ້ຳຂອງ ແຕ່ຫຼັງຈາກຝຣັ່ງໄດ້ເຂົ້າມາຍຶດຄອງປະເທດລາວແລ້ວ ກໍຍ້າຍເມືອງເອກໄປທີ່ປາກເຊ ຊຶ່ງຢູ່ທາງເໜືອຈາກ ຈຳປາສັກ ໄປ 30 ກິໂລແມັດ ແລະ ຢູ່ທາງຝັ່ງຊ້າຍແມ່ນ້ຳຂອງ ແຂວງຈຳປາສັກນີ້ເປັນທີ່ຕັ້ງຂອງສຸດຍອດທຳມະຊາດຂອງປະເທດລາວ ເຊ່ັນ ນ້ຳຕົກຄາດຄອນພະເພັງ ນ້ຳຕົກຕາດຜາສ້ວມ, ນ້ຳຕົກຫຼີ່ຜີ ເຂດຕິດຕໍ່ຂອງແຂວງນີ້ ທາງຕະເວັນຕົກສາມາດຂ້າມໄປປະເທດໄທທາງດ່ານຊ່ອງເມັກໄດ້ ແລະ ທາງໃຕ້ ຍັງສາມາດຂ້າມໄປກັມປູເຈຍທາງເວີນຄາມໄດ້

ທີ່ຕັ້ງ
  • ທິດເໜືອຕິດກັບ ແຂວງສາລະວັນ
  • ທິດໃຕ້ຕິດກັບ ແຂວງຊຽງແຕງ(ສະຕຶງແຕຣງ) ແລະ ເພຍວິເຮຍ ຂອງ ຣາຊະອານາຈັກກຳປູເຈຍ
  • ທິດຕາເວັນອອກຕິດກັບ ແຂວງອັດຕະປື ແລະ ແຂວງເຊກອງ
  • ທິດຕາເວັນຕົກຕິດກັບ ແຂວງອຸບົນຣາຊະທານີ ຂອງ ຣາຊະອານາຈັກໄທ

ແຂວງຈຳປາສັກປະກອບດ້ວຍ 10 ເມືອງຄື:
16-01 ນະຄອນປາກເຊ (Pakse)
16-02 ຊະນະສົມບູນ (Sanasomboun)
16-03 ບາຈຽງຈະເລີນສຸກ (Ba Chiengchaleunsouk)
16-04 ປາກຊ່ອງ (Paksong)
16-05 ປະທຸມພອນ (Pathoumphone)
16-06 ໂພນທອງ (Phonthong)
16-07 ຈຳປາສັກ (Champassak)
16-08 ສຸຂຸມາ (Soukhouma)
16-09 ມູນລະປະໂມກ (Meunlapamok)
16-10 ໂຂງ (Khong)

ສະຖານທີ່ທ່ອງທ່ຽວ
ມະຫານະທີ ສີພັນດອນ
ດອນໂຂງ
ດອນຄອນ/ດອນເດດ
ປາຂ່າ(ໂລມາອີຣະວະດີ)
ຜາສາດຫີນວັດພູ
ນ້ຳຕົກຕາດຄອນພະເພັງ
ນ້ຳຕົກຕາດຫຼີ່ຜີ
ຕາດຜາສ້ວມ
ຕາດຟານ
ຕາດເຍືອງ
ຕາດກ້ວຍຫົວຊ້າງ
ພູພຽງບໍລະເວນ
ເມືອງຈຳປາສັກ
ວັດຈອມເພັດ
ວັດຫລວງປາກເຊ
ວັງເຈົ້າບຸນອຸ້ມ
ຕະຫລາດເກົ່າ
ວັດຖ້ຳໄຟ
ດອນລົບປາດີ
ວັງສະຫງວນດອນສົມ
ປ່າສະຫງວນແຫ່ງຊາດເຊປ່ຽນ
ປ່າສະຫງວນແຫ່ງຊາດພູຊຽງທອງ
ສີຫນຸກຣີສອດ
ຂີ່ຊີບລາຍ ສາຍພູດົງຫົວສາວ ເມືອງປາກຊ່ອງ
ອຸ­ດທິ­ຍານ​ບາ​ຈຽງ
ນ້ຳ­ຕົກ­ຕາດ​ແສ​ຟ້າ
ນ້ຳ­ຕົກ­ຕາດ​ສະຫມອງ​ພາກ
ນໍ້າຕົກຫ້ວຍລືສີ
ໂຮງແຮມຈຳປາພາເຣດ
ຫໍພິພິທະພັນແຂວງຈຳປາສັກ
ວັດອູໂມງ
ໂຮງງານເບຍລາວ
ຕະຫຼາດດາວເຮືອງ
ວັດພູສະເຫຼົາ
ເຂດເສດຖະກິດພິເສດຄອນພະເພັງ

วันอาทิตย์ที่ 16 ธันวาคม พ.ศ. 2561

แขวงบอริคำชัย / ແຂວງບໍລິຄຳໄຊບໍລິຄໍາໄຊ / Bolikhamsai

แขวงบอริคำชัย / ແຂວງບໍລິຄຳໄຊບໍລິຄໍາໄຊ / Bolikhamsai Bolikhamsai


ເປັນແຂວງຫນຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງພາກກາງຂອງປະເທດ ແຂວງບໍລິຄຳໄຊ ເປັນແຂວງ ທີ່ຕັ້ງຂຶ້ນໃໝ່ໃນປີ ຄ.ສ 1986 ເປັນແຂວງ ທີ່ອຸດົມສົມບູນໄປດ້ວຍຊັບຢາກອນທຳມະຊາດແລະວັດທະນະທຳ ເປັນແຂວງທີ່ມີທິວທັດທີ່ສວຍງາມເຊັ່ນນ້ຳຕົກຕາດເລີກ, ຕາດວັງຟອງ, ຖ້ຳແກບ ແລະອື່ນໆ ນອກຈາກທິວທັດທຳມະຊາດທີ່ສວຍງາມແລ້ວ ແຂວງບໍລິຄຳໄຊຍະຍັງມີປູຊະນີຍະສະຖານທາງພຸດທະສາດສະຫນາທີ່ສຳຄັນຫຼາຍແຫ່ງ. ແຂວງບໍລິຄຳໄຊແຍກອອກມາຈາກແຂວງວຽງຈັນແລະແຂວງຄຳມ່ວນ ເມື່ອປີ 1983 ແຂວງນີ້ມີ ພູຫີນປູນ ທີ່ມີຊື່ສຽງ ແລະ ທິດທັດອັນສວຍງາມ.

ລັກສະນະພູມສັນຖານ
ເປັນແຂວງທີ່ມີລັກສະນະພູມສັນຖານຮາບພຽງ




ທີ່ຕັ້ງ
ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
ທິດຕາເວັນຕົກຕິດກັບ ປະເທດໄທ
ທິດເໜືອຕິດກັບ ນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຊຽງຂວາງ
ທິດໃຕ້ຕິດກັບ ແຂວງຄຳມ່ວນ
ບັນດາເມືອງ
ແຂວງບໍລິຄຳໄຊປະກອບດ້ວຍ 7 ເມືອງຄື:

11-01 ປາກຊັນ (Pakxan)
11-02 ທ່າພະບາດ (Thaphabath)
11-03 ປາກກະດິງ (Pakkading)
11-04 ບໍລິຄັນ (Bolikhan)
11-05 ຄຳເກີດ (Khamkeuth)
11-06 ເມືອງວຽງທອງ (Viengthong)
11-07 ເມື່ອງ ໄຊຈຳພອນ (Xaychamphone)

แขวงบ่อแก้ว / ແຂວງບໍ່ແກ້ວ Bokeo Province

แขวงบ่อแก้ว / ແຂວງບໍ່ແກ້ວ Bokeo Province 

ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ​ເຂດ​ນີ້ ​ເຄີຍ​ມີ​ບົດບາດອັນ​ສຳຄັນ​ອັນ​ຍິ່ງ​​ໃຫຍ່ ທາງ​ດ້ານປະຫວັດສາດ ​ໃນ​ສະ​ໄຫມ​ສັດຕະວັດ ທີ 20. ມີຮ່ອງຮອຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ທາງ​ດ້ານ​ສາດສະຫນາ​, ການ​ປົກຄອງ, ກະສັດ, ປະຫວັດ​ດ້ານ​ສົງຄາມ ​ແລະ ການ​ຄ້າ ໃນ​ສະ​ໄຫມ​ກ່ອນ, ພ້ອມ​ທັງ​ປູຊະນີຍະສະຖານ, ອະຣິຍະ​ທຳ​ອັນ​ລ້ຳ​ຄ່າ​, ສະຖາປັດຕະຍະກຳ​ອັນ​ເປັນ​ເອກະລັກ ​ແລະ ວັດວາອາ​ຮາມ​ທີ່​ເກົ່າ​ແກ່ ທີ່​ຫນ້າ​ສົນ​ໃຈຫລາຍ​ແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ

ແຂວງ​ບໍ່​ແກ້ວ ​ມີ​ເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫ​ນືອ-ທິດຕາເວັນຕົກສຽງເໜືອ ທີ່​ສຳຄັນ ລະຫວ່າງ ປະ​ເທດ ​ໄທ ​ແລະ ສປ ຈີນ. ​ເສັ້ນທາງ​ດ່ວນ R3 ຖືກກໍ່​ສ້າງ​ສຳ​ເລັດ​ໃນປີ 2010,ຕໍ່ມາໃນປີ 2013 ຂົວ​ມິດຕະພາບ ຂ້າມ​ແມ່​ນ້ຳຂອງ ​ແຫ່ງ​ທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່ລະບົບ​ຄົມມະນາຄົມຂົນ​ສົ່ງ ລະຫວ່າງ ຂຸນ​ຫມິ​ງ (ສປ ຈີນ) ​ແລະ ບາງກອກ (ປະ​ເທດ​ໄທ) ຜ່ານເສັ້ນທາງ R3 ​ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດ​ວ່າ ຈະ​ເປັນ​ໂອກາດ ​ແລະ ສິ່ງ​ກະຕຸກ​ຊຸກຍູ້ ​ໃຫ້​ບັນດາ​ຂະ​ແຫນງ​ການ​ຕ່າງໆ ທາງ​ດ້ານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ໄດ້​ຢ່າງ​ໄວວາ.


ປະຫວັດແຂວງບໍ່ແກ້ວ

ແຂວງບໍ່ແກ້ວໄດ້ແຍກມາຈາກແຂວງຫົວຂອງ ( ແຂວງຫົວຂອງໄດ້ຖຶກຍຸບລົງເປັນ 2 ແຂວງ ) ແມ່ນພື້ນທີ່ແຂວງຫຼວງນ້ຳທາ ແລະ ບໍ່ແກ້ວໃນປັດຈຸບັນ ມາຕັ້ງເປັນແຂວງໃໝ່ ແລ້ວຕັ້ງເມືອງຫ້ວຍຊາຍ ເຊິ່ງເປັນເມືອງເອກຂອງແຂວງຫົວຂອງເດີມເປັນເມືອງເອກຂອງແຂວງບໍ່ແກ້ວ ຕໍ່ມາໃນປີ 1991 ໄດ້ມີການໂອນ ເມືອງປາກທາ ແລະ ເມືອງຜາອຸດົມຈາກ ແຂວງອຸດົມໄຊ ມາຂຶ້ນກັບແຂວງບໍ່ແກ້ວ. ຫລັງ​ຈາກສົງ​ຄາມ​ອິນດູຈີນ ​ໃນ​ຊ່ວງ​ປີ 1960 ​ແລະ 1970, ບໍ່​ແກ້ວ​ໄດ້​ກາຍ​ເປັນ​ຖານ​ທີ່​ຫມັ້ນ ຂອງ​ກອງທັບ​ຕ່າງ​ຊາດ, ​ໂດ​ຍສະ​ເພາະ​ ແມ່ນ​ເຂດ​ນ້ຳ​ຍູ້ ​ເມືອງ ເມິງເຊິ່ງຢູ່​ທາງ​ເຫນືອ ຂອງ​ເມືອງ ຫ້ວຍ​ຊາຍ ​ແມ່ນ​ຖານ​ທີ່​ຫມັ້ນ ຂອງກອງທັບ​ສະຫະລັດ ອະ​ເມ​ລິ​ກາ​ໃນ​ສະ​ໄຫມ​ນັ້ນ, ​ເຊິ່ງປັດຈຸບັນ​ຮ່ອງຮອຍ​ທີ່​ພົບ​ເຫັນ​ມີ ຄ້າຍ ທີ​ປະກອບ​ດ້ວຍ ຫ້ອງ​ຄຸມ​ຂັງ​ນັກ​ໂທດ.
ໃນ​ປີ 1890 ມີ​ຄົນ​ຈາກ​ລັດສານ​ຈາກ​ພະ­ມ້າ ເຊິ່ງ​ເປັນ​ນັກ​ຂຸດຊອກ​ແຮ່​ໄດ້​ພົບ​ເມັດ​ຫີນ​ສີ­ດຳ​ທີ່ເອີ້ນ ວ່າ​ນິນ ທີ່​ເຂດ​ຊຽງ​ຂອງຫ້ວຍ​ຊາຍ, ເຊິ່ງ​ເປັນ​ເຂດ​ທີ່​ນ້ຳຂອງ​ໄຫລ​ຜ່ານ​ໄທ ແລະ ລາວ. ດ້ວຍ​ຄວາມ​ອົດ­ທົນ​ພວກ​ເຂົາ​ສືບຕໍ່​ຊອກ​ຄົ້ນ​ດ້ວຍ​ຄວາມ​ເອົາ­ໃຈ­ໃສ່​ໃນ​ເຂດ​ພື້ນ​ທີ່​ດັ່ງ­ກ່າວ ແລະ ກໍ​ໄດ້​ພົບ​ແກ້ວ​ໄພ­ລິນ.

ຕາມ​ຂໍ້​ມູນ​ບັນ­ທຶກ​ການ​ຄົ້ນພົບ​ແກ້ວ​ໄພ­ລິນ​ທີ່​ຫ້ວຍ​ຊາຍຂອງ ທ່ານ​ເຮີ​ເບີກ ວາ​ຣິງ​ຕັນ ສະ​ມິດ Hervert Waringston Smyth ກ່ອນ​ຊຸມ​ປີ 1867 ແລະ ໃນ​ປີ 1943. ທ່ານ​ສະ​ມິດ ເປັນ​ຄົນ​ທີ່​ຖືກ​ທາງ​ກົມ​ບໍ່​ແຮ່​ຂອງສະ­ຫຍາມ​ຈ້າງ​ໃຫ້​ມາ​ສຶກ​ສາຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ຊີ­ວິດ​ໄທ ເພື່ອ​ລາຍ​ງານ​ກ່ຽວ​ກັບ​ການ​ຄົ້ນພົບ​ບໍ່​ແກ້ວ​ທີ່​ເຂດ​ຊຽງ​ຂອງ, ທ່ານ​ໄດ້​ມາ​ເຖິງ​ເຂດ​ບໍ່​ຂຸດ​ຄົ້ນ​ໃນເດືອນ​ມັງ­ກອນ​ປີ 1893.

ໃນ​ບົດ​ລາຍ​ງານ​ທ່ານ​ໄດ້ ຂຽນ​ບັນ­ທຶກ​ໄວ້​ວ່າ “ເມັດ​ແກ້ວຖືກ​ຄົ້ນ​ພົບ​ໃນ​ແຜ່ນ​ຜະ­ຫນັງ​ຂອງຫີນ​ບາ​ຊານ​ທີ່​ເປັນ​ລັກ­ສະ­ນະ​ເປັນແຜ່ນ​ທີ່​ພົ້ນ​ຂຶ້ນ​ໃຫ້​ເຫັນ​ຕາມ​ພື້ນແມ່­ນ້ຳ​ໂງ (Nam Ngau)ເຊິ່ງ​ເປັນ​ສາ­ຂາ​ແມ່­ນ້ຳ​ໃຫຍ່​ສາຍຫນຶ່ງ​ທີ່​ໄຫລ​ມາ​ຈາກ​ທິດ­ເຫນືອ. ບັນ­ດາ​ສັນ­ພູ​ທາງ​ຊ້າຍ​ມື​ທີ່​ເປັນເປີ້ນ​ຄ້ອຍ​ຕ່ຳ​ລົງ​ມາ​ໃນ​ລະ­ຍະ​ທີ່ໄກ​ພໍ​ສົມ­ຄວນ, ແລະ ບໍ­ລິ­ເວນ​ພື້ນທີ່​ນີ້​ເອງ​ເປັນ​ພື້ນ​ທີ່​ປະ­ກອບ​ໄປ​ດ້ວຍ​ຫີນ​ສີ­ດຳ​ທີ່​ມີ​ຫີນ​ແຮ່​ເກີດ​ຢູ່​ນຳ, ບ່ອນ​ທີ່​ຫີນ​ມີ​ລັກ­ສະ­ນະຂອງ​ແຮ່​ແກ້ວ​ເກີດ​ຢູ່​ນຳ​ນັ້ນ​ຍັງບໍ່​ທັນ​ສາ­ມາດ​ກຳ­ນົດ​ໄດ້​ເທື່ອ, ຄ້າຍ­ຄື​ວ່າ ບ່ອນ​ເຄົ້າ​ກຳ­ເນີດ​ຂອງຫີນ​ທີ່​ມີ​ແກ້ວ​ເກີດ​ຢູ່​ນຳ​ນັ້ນ​ຖືກ​ພົບ​ປົນ​ຢູ່​ຕາມ​ກ້ອນ​ຫີນ​ທີ່​ສາຍນ້ຳ​ໄຫລ​ເຊາະ​ມາ​ຈາກ​ບໍ­ລິ­ເວນເປີ້ນ­ພູ, ຄວາມ​ໜາ​ຂອງ​ຊັ້ນ​ຫີນ​ກວດ​ທີ່​ປົນ​ເມັດ​ແກ້ວ​ນັ້ນ​ມີ​ປະມານ 5 ຫາ 20 ນິ້ວ ແລະ ປະກອບ​ດ້ວຍ​ເມັດ​ຫີນ​ຄວັກ ແລະ ຊິ້ນ​ສ່ວນ​ຂອງ​ເມັດ​ແກ້ວ​ປະ​ປົນຢູ່​ນຳ. ຊັ້ນ​ຫີນ​ທີ່​ປົດ​ຢອງ​ເທິງ​ເປັນດິນ­ດາກ​ສີ­ແດງ ເຊິ່ງ​ມີ​ຄວາມຫນາ​ສະ­ເລ່ຍ​ປະ­ມານ 3 ແມັດ​ອັນ ເປັນ​ບ່ອນ​ທີ່​ພວກ​ຄົນ​ພະ­ມ້າ​ພາກັນ​ຂຸດ ແລະ ພົບ​ເມັດ​ແຮ່​ທີ່​ເປັນແກ້ວ​ດັ່ງ­ກ່າວ. ຂຸມ​ສ້າງ​ທີ່​ຂຸດ​ມີຄວາມ​ກວ້າງ​ຂະ­ຫນາດ 3 ແມັດ ການ​ພົບ­ພໍ້​ແຮ່​ແກ້ວ​ປະ­ເສີດ​ທີ່ຫ້ວຍ​ຊາຍ​ຮູ້​ກັນ​ມາ​ຕັ້ງ­ແຕ່​ປີ 1890, ຍ້ອນ​ການ​ພົບ­ພໍ້​ໃນ​ປະ­ລິມານ​ທີ່​ຫນ້ອຍ, ຈິ່ງ​ບໍ່​ຄ່ອຍ​ຮູ້­ຈັກ​ຄວາມ​ແທ້​ຈິງ​ຂອງ​ມັນ​ສ່ຳ​ໃດ. ມີ​ການ​ເລີ່ມ​ຕົ້ນ​ຂຸດ​ຄົ້ນ​ໃຫມ່​ອີກພຽງ​ເລັກ​ນ້ອຍ​ໃນ​ຊຸມ​ປີ 1960. ມີ​ການ​ຂຸດ​ຄົ້ນ​ແຮ່​ແກ້ວ​ໄພ­ລິນ ໂດຍ​ບໍ­ລິ­ສັດ​ນ້ອຍໆ​ຢ່າງ​ຫລວງຫລາຍ​ມີ​ທັງ​ການ​ຂຸດ​ຮ່ອນ​ເອົາ​ແບບ​ທັນ​ສະ­ໄຫມ​ປົນ​ເປ​ໄປ​ນຳ. ຈາກ​ນັ້ນ​ໃນ​ປີ 1970 ແລະ 1980 ຈິ່ງ​ມີ​ການ​ຟື້ນ​ຟູ​ການ​ຂຸດ​ຄົ້ນ ແກ້ວ​ໄພ­ລິນ​ຢູ່​ເມືອງ​ຫ້ວຍ​ຊາຍເປັນ​ຮູບ​ເປັນ​ຮ່າງ​ແບບ​ອຸດ­ສາ­ຫະ­ກຳ​ຂຶ້ນ​ມາ.

ແຕ່​ວ່າ ນັບ​ແຕ່​ປີ 1960 ເປັນ ຕົ້ນ​ມາ​ໄດ້​ມີ​ຫລາຍ​ບໍ­ລິ­ສັດ​ນ້ອຍໆ ເຂົ້າ​ມາ​ສ່ຽງ​ໂຊກ​ທຳ​ການ​ຂຸດຄົ້ນ, ຮວມ​ທັງ​ບໍ­ລິ­ສັດ​ຂອງ​ປະ ເທດ​ເຊັກ​ໂກ­ສະ​ໂລ​ວາ​ກີ, ເກົາຫລີ ແລະ ໄທເຂົ້າ​ມາ.ສຳ­ ລັບ​ແກ້ວໄພ­ລິນ​ຂອງ​ລາວ​ສ່ວນ​ຫລາຍເປັນ​ເມັດ​ນ້ອຍ ເມື່ອ​ທຽບ­ໃສ່ກັບ​ແກ້ວ​ໄພ­ລິນ​ຂອງ​ປະ­ເທດ​ສີ ລັງ­ກາ ເຊິ່ງ​ເປັນ​ເມັດ​ໃຫຍ່ ແລະ ຕີ​ຕະ­ຫລາດ​ໄດ້​ດີ​ກວ່າ. ໃນ​ປີ 2006 ມີ​ການ​ສືບ­ຕໍ່​ຂຸດ​ຄົນ​ໂດຍຄົນ​ທ້ອງ­ຖິ່ນ. ຈາກ​ນັ້ນ ໃນ​ປີ 2009 ບໍ­ລິ­ສັດ​ຈີນ​ຈາກ​ໄຕ້​ຫວັນ Sino Resources MiningCo. (SinoRMC) ໄດ້​ມາ​ທຳການ​ລົງ­ທຶນ​ຂຸດ​ຄົ້ນ​ໃນ​ເຂດ​ຫ້ວຍນ້ຳ​ຮໍ Nam Hoor, ຫ້ວຍ​ສາລາ Haoy Sala, ຫ້ວຍ​ມອນ Haoy Mone, ແລະ ຫ້ວຍຕາບ Haoy Tab. ແລະ ພື້ນທີ່​ຕໍ່​ໄປ​ທີ່​ຈະ​ທຳ​ການ​ສຳ​ຫລວດແມ່ນ​ໄປ​ສັນ­ພູ​ຂອງ​ຫ້ວຍ​ຫົງ​ແຍງ Hong Nheng.ບໍ­ ລິ­ສັດ​ດັ່ງ­ກ່າວນີ້ ຄາດ​ວ່າຈະ​ຜະ­ລິດ​ແກ້ວ​ໄພ­ລິນທີ່​ບໍ່​ທັນ​ເຈັຍ­ລະ­ໄນ​ໃຫ້​ໄດ້ 200 ກິ​ໂລ​ຕໍ່​ເດືອນ. ແກ້ວ​ໄພ­ລິນ​ຂອງລາວ​ໂດຍ​ທົ່ວ​ໄປ​ມີ​ຂະ­ຫນາດ​ສອງກາ​ຣັດ carats ຫລັງ​ຈາກ​ຕັດ ຫລື ເຈັຍ­ລະ­ໄນ​ສຳ­ເລັດ​ແລ້ວ, ເຊິ່ງ​ສ່ວນ​ໃຫຍ່​ຈະ​ມີ​ຂະ­ຫນາດໃຫຍ່ 3 ມິນ​ລີ​ແມັດ ແລະ ນ້ອຍລົງ​ໄປ​ສີ​ຂອງ​ມັນ​ເປັນ​ສີ​ທີ່​ຂ້ອນ ຂ້າງ​ງົດ​ງາມ ແຕກ​ຕ່າງ​ກັນ​ໄປ.
(ຫມາຍ­ເຫດ: ອັດ­ຕາ​ແລກປ່ຽນ​ເງິນ​ບາດ​ສະ­ຫຍາມ ແລະ ເງິນ​ຣູ​ປີ ຂອງ​ອິນ​ເດຍ​ໃນ​ປີ ຄ.ສ 1895 ເທົ່າ​ກັບ: 5 ບາດ ຕໍ່ 7 ຮູ​ປີ.)
ໃນອະດີດ ຊາວງ້ຽວກຸ່ມໜຶ່ງຈາກເມືອງໝອກໃໝ່ ໄດ້ມາຄົ້ນຫາເພັດພອຍ ທີ່ມີຄ່າ ຕາມສອງຝັ່ງແມ່ນ້ຳຂອງ ຈາກປາກນ້ຳເກິ່ງຈົນເຖິງຫ້ວຍຊາຍໃຫຍ່, ຫ້ວຍຊາຍນ້ອຍ ແລະ ປາກຫ້ວຍຫ່າຍ (ຫ້ວຍຜາຄຳ) ເມື່ອພົບແລ້ວໄດ້ກັບໄປລາຍງານເຈົ້າຟ້າຂຸນຈິ່ງ ທີ່ເມືອງໝອກໃໝ່ ໃນເວລາຕໍ່ມາ ເຈົ້າຟ້າຂຸນຈິ່ງ ຈຶ່ງຍ້າຍຜູ້ຄົນ 46 ຄອບຄົວ ມາຕັ້ງຖິ່ນຖານທີ່ເມືອງຫ້ວຍຊາຍ ເພື່ອຂຸດຄົ້ນ ຫີນມີຄ່າ ແລະ ຂາຍເປັນສິນຄ້າ ບໍລິເວນ ດັ່ງກ່າວຈຶ່ງເອີ້ນວ່າ ບໍ່ແກ້ວ.

ສະພາບເສດຖະກິດ-ສັງຄົມ
ແຂວງບໍ່ແກ້ວ ມີການຜະລິດເຂົ້າ, ສາລີ, ຫມາກເດືອຍ, ພືດຕະກຸນຖົ່ວ. ສຳລັບການຜະລິດເຂົ້າກິນໃນທົ່ວແຂວງບັນລຸໄດ້ 94,134 ໂຕນ, ໃນເນື້ອທີ່ 25.941,26 ເຮັກຕາ, ຖ້າທຽບໃສ່ປີ 2009 ເພີ່ມຂຶ້ນ 2.126 ໂຕນເທົ່າກັບ 2,31% ໃນນັ້ນເຂົ້ານາປີຜົນຜະລິດໄດ້ 63.298,1 ໂຕນ ໃນເນື້ອທີ່ 14.421,5 ເຮັກຕາ, ເຂົ້ານາແຊງຜົນຜະລິດໄດ້ 11,663 ໂຕນ, ໃນເນື້ອທີ່ 2,674,09 ເຮັກຕາ, ເຂົ້າເນີນສູງຜົນຜະລິດໄດ້ 18,436,7 ໂຕນ, ໃນເນື້ອທີ່ 8,779,38 ເຮັກຕາ, ເຂົ້າໄຮ່ເລື່ອນລອຍຜົນຜະລິດໄດ້ 138,66 ໂຕນ, ໃນເນື້ອທີ່ 66,29 ເຮັກຕາ. ທົ່ວ ແຂວງສະເລ່ຍລາຍຮັບເຂົ້າ ເປືອກໄດ້ 524 ກິໂລ/ຄົນ/ປີ. ວຽກງານພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ຂົວແມ່ນໄດ້ຂະ ຫຍາຍອອກຢ່າງຫລວງຫຼາຍປະຈຸບັນບ້ານໃນທົ່ວແຂວງທີ່ມີເສັ້ນທາງເຂົ້າເຖິງກວມ 86,97% ຂອງຈຳນວນບ້ານທັງໝົດ. ໃນນີ້ບ້ານທີ່ມີເສັ້ນທາງໄດ້ 2 ລະດູກວມ 71,91%, ບ້ານທີ່ມີເສັ້ນທາງທຽວໄດ້ລະດູດຽວກວມ 15,06% ແລະ ບ້ານທີ່ບໍ່ມີເສັ້ນທາງເຂົ້າເຖິງ 13,03% ຂອງຈຳນວນບ້ານທັງຫມົດ, ວຽກງານພະລັງງານບໍ່ແຮ່, ມີຫລາຍບ້ານ - ກຸ່ມ ບ້ານໄດ້ຊົມໃຊ້ໄຟຟ້າຖາວອນ. ມາຮອດປະຈຸບັນກຸ່ມບ້ານທີ່ໄດ້ຊົມໃຊ້ໄຟຟ້້າແລ້ວ 42 ກຸ່ມ ບ້ານ, ບ້ານທີ່ໃຊ້ໄຟຟ້າຖາວອນແລ້ວ 198 ບ້ານ ເທົ່າກັບ 70,46% ຂອງຈຳນວນ ບ້ານທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 27 ບ້ານ. ຄົວເຮືອນທີ່ໃຊ້ໄຟຟ້າແລ້ວມີ 19,957 ຄົວເຮືອນ ເທົ່າກັບ 27,29% ຂອງຈຳນວນຄົວເຮືອນທັງຫມົດ, ທຽບໃສ່ປີ 2009 ເພີ່ມຂຶ້ນ 3.453 ຄົວເຮືອນ. ດ້ານວຽກງານວັດທະນະທຳ - ສັງ ຄົມທົ່ວແຂວງມີໂຮງຮຽນປະຖົມທັງຫມົດ 363 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 1,9%, ມີໂຮງຮຽນມັດທະຍົມທັງຫມົດ 31 ແຫ່ງ ທຽບໃສ່ປີ 2009 ເພີ່ມຂຶ້ນ 2 ແຫ່ງ. ປະຈຸບັນມີບ້ານລຶບລ້າງການກືກຫນັງສືທັງຫມົດ 232 ບ້ານກວມ 82,56% ຂອງຈຳນວນບ້ານໃນທົ່ວແຂວງ, ມີເມືອງປະກາດລຶບລ້າງຈົບປະຖົມຂັ້ນພື້ນຖານແລ້ວ 3 ເມືອງຄື: ເມືອງຫ້ວຍຊາຍ, ເມືອງຕົ້ນເຜິງ ແລະ ເມືອງປາກທາ. ວຽກງານສາທາລະນະສຸກໄດ້ຂະຫຍາຍຕາຫນ່າງສາທາລະນະສຸກໄປທົ່ວເຖິງທຸກກຸ່ມບ້ານປະຈຸບັນມີສຸກສາລາປະຈຳກຸ່ມບ້ານລວມທັງຫມົດ 31 ແຫ່ງ ລວມ 25 ກຸ່ມບ້ານມີ 145 ບ້ານ ເທົ່າກັບ 51,6% ຂອງຈຳນວນບ້ານທັງຫມົດ, ໄດ້ປະກາດບ້ານແບບຢ່າງສາທາລະນະສຸກມີ 62 ບ້ານ, 27 ກຸ່ມບ້ານ, ວຽກງານຖະແຫລງຂ່າວ ແລະ ວັດທະນະທຳໄດ້ປັບປຸງຍົກລະດັບ, ຂະຫຍາຍຕາຫນ່າງການພັດ ນາລະບົບວິທະຍຸກະຈາຍສຽງ - ໂທລະພາບ ແລະ ການສ້າງຄອບຄົວ - ບ້ານວັດທະນະທຳ. ມາຮອດປະຈຸບັນມີບ້ານວັດທະນະທຳທັງຫມົດ 11 ບ້ານ, ມີຄອບຄົວວັດທະນະທຳ 3.791 ຄອບຄົວ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 955 ຄອບຄົວ ເທົ່າກັບ 25,86% ຂອງຈຳນວນຄອບຄົວວັດທະນະທຳໃນທົ່ວແຂວງ ແລະ ດ້ານວຽກງານອື່ນໆ. ພ້ອມກັນນີ້ແຂວງບໍ່ແກ້ວຍັງໄດ້ວາງທິດທາງ, ຄາດຫມາຍສູ້ຊົນໃນການສ້າງບ້ານ ແລະ ກຸ່ມບ້ານພັດທະນາ, ການພັດທະນາຊົນນະບົດຮອບດ້ານສົກປີ 2010-2011. ເປັນ ຕົ້ນຈະກຳນົດຈຸດສຸມກຸ່ມບ້ານພັດທະນາຂອງແຂວງໃຫ້ໄດ້ຕື່ມອີກ 2 ຈຸດສຸມ, ຈະສູ້ຊົນສ້າງບ້ານພັດທະນາຮອບດ້ານໃຫ້ໄດ້ອີກ 10 ບ້ານເທົ່າກັບ 3,55% ຂອງຈຳນວນບ້ານທັງໝົດທົ່ວແຂວງ ( 5 ບ້ານໃຫ້ກາຍເປັນ 15 ບ້ານໃນປີ 2011), ຈະສູ້ຊົນລຶບລ້າງບ້ານທຸກຍາກໃຫ້ໄດ້ 20 ບ້ານ (ຈາກ 94 ບ້ານປີ 2010 ໃຫ້ຍັງເຫຼືອ 74 ບ້ານ ເທົ່າກັບ 26,33% ຂອງ ຈຳນວນບ້ານທັງຫມົດ), ລຶບລ້າງຄົວເຮືອນທຸກຍາກໃຫ້ໄດ້ 900 ຄົວເຮືອນ (ຈາກ 6.480 ຄົວເຮືອນທຸກຍາກໃຫ້ຍັງເຫຼືອ 5.580 ຄົວເຮືອນເທົ່າກັບ 20,21% ຂອງຈຳນວນຄົວເຮືອນທັງຫມົດພາຍໃນແຂວງ), ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢ່າງຕໍ່ເນື່ອງ, ສືບຕໍ່ຈັດຕັ້ງປະຕິບັດໂຄງການຂອງກຸ່ມບ້ານຢູ່ບັນດາເມືອງ 4 ເນື້ອໃນ 4 ຄາດຫມາຍໃຫ້ສຳເລັດ 135 ໂຄງການໃນມູນຄ່າ 84,03 ຕື້ກີບ ແລະ ດ້ານອື່ນໆຈາກນັ້ນກອງປະຊຸມຍັງໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫລຸບ ແລະ ທິດທາງຄາດຫມາຍສູ້ຊົນໃນຕໍ່ຫນ້າ. ເພື່ອພ້ອມກັນເສີມຂະຫຍຍຈຸດດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງ.

ດ້ານການຂົນສົ່ງ
ບໍລິການດ້ານການຂົນສົ່ງ ຊຶ່ງລວມທັງ ທຸລະກິດຂົນສົ່ງ, ຄັງສິນຄ້າ, ສູນກະຈາຍສິນຄ້າ ລວມເຖິງທຸລະກິດໃຫ້ບໍລິການຮັບສົ່ງຜູ້ໂດຍສານ ເພື່ອຮອງຮັບ ຄວາມຕ້ອງການໃຊ້ບໍລິການຂົນສົ່ງສິນຄ້າ ແລະ ບໍລິການທີ່ກ່ຽວຂ້ອງ ຊຶ່ງມີທ່າອ່ຽງ ເພີ່ມຂຶ້ນຕາມການຂະຫຍາຍຕົວຂອງການຄ້າ ແລະ ການລົງທືນລະຫວ່າງປະເທດ ເປັນທຸລະກິດທີ່ໜ້າສົນໃຈ ແລະ ຈະທະວີຄວາມສຳຄັນຂຶ້ນເປັນລຳດັບຫາກການຈັດຕັ້ງເຂດເສດຖະກິດພິເສດ ທີ່ອຳເພີຊຽງຂອງ ທາງຝັ່ງໄທ ແລ້ວສຳເລັດ. ທັງນີ້, ປະຈຸບັນມີນັກລົງທຶນຈີນ ເຂົ້າມາລົງທືນ ສ້າງຄັງສິນຄ້າໃນເມືອງຫ້ວຍຊາຍແດ່ແລ້ວ ລວມທັງມີຕະຫລາດ ຈຳໜ່າຍສິນຄ້າຈີນ ເພື່ອຮອງຮັບນັກທ່ອງທ່ຽວ ຊາວໄທ ແລະ ຊາວຕ່າງປະເທດ ທີ່ເດິນທາງເຂົ້າມາ ແຂວງບໍ່ແກ້ວ ການເປີດໃຊ້ເສັ້ນທາງ R3A ບໍ່ພຽງແຕ່ຈະຊ່ວຍໃຫ້ການຄ້າ ແລະ ການລົງທືນໃນພື້ນທີ່ຕ່າງໆ ຕາມເສັ້ນທາງ R3A ແລະ ບໍລິເວນໃກ້ຄຽງຂະຫຍາຍຕົວດີເທົ່ານັ້ນ, ມັນມັນຍັງໝາຍເຖິງການຂະຫຍາຍຕົວທາງເສດຖະກິດຂອງໄທ, ສປປລາວ ແລະ ສປຈີນ ທີ່ເຊື່ອມໂຍງກັນດ້ວຍເສັ້ນທາງຄົມນາຄົມສາຍນີ້ອີກດ້ວຍ.

ສະຖານທີ່ທ່ອງທ່ຽວ
ເມືອງເກົ່າສຸວັນນະໂຄມຄຳ
ເກາະດອນຊາວ
ເຂດເສດຖະກິດພິເສດສາມຫຼ່ຽມຄຳ
ວັດຈອມເຂົາມະນີລັດ
ພະທາດຕາກຜ້າຄຳ
ອະນຸສອນສະຖານປະທານ ໄກສອນ ພົມວິຫານ
ສະໜາມບິນບໍ່ແກ້ວ
ຂົວມິດຕະພາບລາວ - ໄທ ແຫ່ງທີ 4
ກະຕູບຮັງນົກ
ເສັ້ນທາງສາຍ R3A
ຕາດນ້ຳເກິ່ງ
ຕາດນ້ຳຍອນ
ສະໜາມບິນສາກົນເມືອງຕົ້ນເຜິ້ງ

แขวงอัดตะปือ / ອັດຕະປື Attapeu Province

แขวงอัดตะปือ / ອັດຕະປື Attapeu Province

ຕາມສຳນຽງເວົ້າ, ຖ້າ ຂຽນ ຕາມ ຄວາມໝາຍ ແມ່ນ ອັຕາປື. ເປັນ ແຂວງຫນຶ່ງ ຂອງ ປະເທດລາວ ຕັ້ງຢູ່ ທາງທິດຕະເວັນອອກສຽງໃຕ້ ຂອງ ປະເທດລາວ ໄປທາງເໜືອ ຕິດກັບ ແຂວງ ເຊກອງ ມີ ເສັ້ນທາງ ເຊື່ອມຕໍ່ ເຊກອງ-ອັຕາປື. ທາງຕະເວັນຕົກ ຕິດກັບ ຈຳປາສັກ ມີເສັ້ນທາງເຊື່ອມຕໍ່ 2 ສາຍ ຄື ເສັ້ນທາງ ປະທຸມພອນ-ສະໜາມໄຊ ແລະ ທາງ ຜ່ານ ເຄື່ອນໄຟຟ້າ ຫ້ວຍເຮາະ-ອັຕາປື . ທາງດ້ານ ຕະເວັນອອກ ມີ ພູເຂົາ ແຍກ ອັຕາປື ອອກຈາກ ຫວຽດນາມ ມີ ເສັ້ນທາງ ເຊື່ອມຕໍ່ ອັຕຕະປື-ພູເກືອ-ວຽດນາມ . ແຂວງ ອັຕາປື ຕິດກັບ ກຳປູເຈຍທາງໃຕ້, ມີ ນໍ້າເຊກອງ ເປັນ ເສັ້ນທາງ ເຊື່ອມຕໍ່ ແລະ ພວມ ມີແຜນ ສ້າງເສັ້ນທາງບົກ ຜ່ານ ເມືອງ ພູວົງ ໄປຫາ ກຳປູເຈຍ, ມີ ສນາມບິນ ສາກົນ.

ແຂວງ ອັຕາປື ເປັນ ແຂວງ ທີ່ຕັ້ງຢູ່ ທາງພາກໃຕ້ສຸດ ຂອງ ລາວ ເບື້ອງ ຕາ­ເວັນອອກສຽງໃຕ້. ປະຈຸບັນ ເປັນ ເຂດສາມຫລ່ຽມພັດທະນາ ເສດຖະກິດ ລະຫວ່າງລາວ-ຫວຽດນາມ-ກຳປູເຈຍ ຈະກາຍເປັນ ເຂດພັດທະນາ ສົ່ງເສີມ ການຄ້າ ແລະ ການທ່ອງທ່ຽວ ໃນອະນຸພາກພື້ນ ທີ່ຕິດພັນ ກັບ ທຳມະຊາດ ແລະ ວັດທະນະທຳ ສະຖານທີ່ທ່ອງທ່ຽວ ບ່ອນຫນຶ່ງ ທີ່ ສວຍງາມ ໂດຍສະເພາະ ກໍ່ແມ່ນຫນອງຟ້າ ແລະ ໜອງໄກ່ໂອກ ທີ່ຫນ້າງຶດງໍ້ ແລະ ມຫັສຈັນ.

ປະຫວັດຄວາມເປັນມາຂອງ ແຂວງ ອັຕາປື
ສມັຍ ສຫຊີບ ປຖົມບູຮານ

ແຂວງ ອັຕາປື ເອີ້ນວ່າ ລາວເມືອງລຸ່ມ ຜູ້ປົກຄອງ ກໍ່ເອີ້ນວ່າ ພະຍາເມືອງລຸ່ມ. ໂລກນີ້ ເອີ້ນວ່າ ເມືອງລຸ່ມ, ຜູ້ປົກຄອງ ເອີ້ນວ່າ ພຍາ ເມືອງລຸ່ມ, ຄົນເມືອງລຸ່ມ ໄປມາຫາສູ່ ກັບ ເມືອງ ແຖນ ຢ່າງ ປກຕິ , ເມື່ອ ມີ ເລື່ອງໄດ໋ ກໍ່ ຂື້ນໄປຫາ ຂໍ ຄວາມຊ່ວຍເຫຼືອ ຈາກ ພຍາ ແຖນຫຼວງ ຈົນວ່າ ພຍາແຖນ ລຳຄານ,ຈື່ງ ຄິດຈະຂ້າ ຄົນເມືອງລຸ່ມ ໃຫ້ ຕາຍໝົດ ໂດຍ ຈະໃຫ້ຝົນຕົກລົງມາ ເກີດເປັນ ນໍ້າຖ້ວມໂລກ .

ໄລຍະ ນັ້ນ ລູກຊາຍຫຼ້າ ຂອງ ພຍາ ແຖນຫຼວງ ໄດ້ໝັ່ນລົງມາ ເມືອງລຸ່ມ ເລື່ອຍ ໆ ຍ້ອນ ມີຄວາມມັກຮັກ ກັບ ນາງ ຄຳສົງກາ ຜູ້ເປັນ ລູກສາວ ຂອງ ພຍາ ເມືອງລຸ່ມ, ຊື່ງ ແຖນຫຼ້າ ນີ້ ຈື່ງ ຄິດ ອີ່ດູສົງສານ ນາງ ຄໍາສົງກາ ແລະ ຊາວເມືອງລຸ່ມ, ຈື່ງ ໄດ້ ບອກໃຫ້ ພຍາ ເມືອງລຸ່ມ ພາຊາວເມືອງ ເຮັດ ເຮືອສະເພົາໃຫຍ່ ສູງ ໝື່ນ ວາ, ຍາວ ຫ້າໝື່ນ ວາ, ກ້ວາງ ໝື່ນ ສອງພັນ ວາ, ແລ້ວ ຂົນເອົາ ຝູງຄົນ ສັຕ ແລະ ສີ່ງຂອງ ທີ່ ຈຳເປັນ ຂຶ້ນຢູ່ ເຮືອສເພົາ ນັ້ນ, ແລ້ວ ຕໍ່ມາ ຝົນ ເລີຍຕົກລີນ ຈົນວ່າ ນໍ້າ ຖ້ວມ ໂລກ, ເຮືອສເພົາ ພູຂື້ນ ຕາມນໍ້າ , ຈົນຮອດ ເມືອງແຖນ, ຊາວແຖນ ເຫັນ ຄົນເມືອງລຸ່ມ ຂີ່ ເຮືອສເພົາ ຂື້ນມາ ຈື່ງ ໄປບອກ ພຍາ ແຖນຫຼວງ ໃຫ້ຮູ້ເລື່ອງ, ແລ້ວ ແຖນຫຼ້າ ຈື່ງ ຂໍ ອພັຍໂທດ ຈາກ ອົງ ພໍ່ , ແລ້ວ ພຍາ ແຖນຫຼວງ ຈື່ງ ມີບັນຊາ ໃຫ້ ແຖນ ທັງມວນ ເບີ່ງລືກ ຫາຍາມທີ່ຄໍ້າຄູນ ກຽມ ງານສູ່ຂໍໝັ້ນໝາຍ ແລະ ງານດອງ ໃຫ້ ແຖນຫຼ້າ ເປັນ ຄູ່ຜົວເມັຍ ກັບ ນາງ ຄຳສົງກາ, ໃນນັ້ນ ພິເສດ ແມ່ນ ໄດ້ນຳເອົາ ນາງ ຄຳສົງກາ ໄປ ຫຼໍ່ ໃຫ້ເປັນ ສາວ ສຸດແສນສວຍງາມ, ສະນັ້ນ ຈື່ງ ເອີ້ນວ່າ ນາງ ຄຳສົງກາ ແຖນຫຼໍ່, ແລ້ວກໍ່ ຈັດພິທີ ແຕ່ງງານ ຫົດສົງ ນັ່ງເທິງ ກອງເງິນ ກອງຄໍາ ກອງແກ້ວມນີ ອພິເສກ ເປັນ ຄູ່ຜົວເມັຍ,ໂດຍມີ ແຖນເຖົ້າ ຜູ້ເກີດພ້ອມ ປຖົມກັປ ເຂົ້າມາ ຜຸກແຂນ ອວຍພອນ. ສະນັ້ນ ພິທີ ສູ່ຂໍໝັ້ນໝາຍ ແລະ ແຕ່ງດອງ ຈຶ້ງເປັນ ປເພນີ ສືບມາ.

ເມື່ອ ແຕ່ງດອງແລ້ວ ຕໍ່ມາ ກໍ່ ໃຫ້ ໂອວາດ ສັ່ງສອນ ທຸກແນວ, ແລ້ວ ກຽມສົ່ງ ເຮືອສເພົາ ກັບມາ ເມືອງລຸ່ມຄືນ ໂດຍໃຫ້ ບັນດາແຖນ ແຕ່ລະອົງ ເຮັດໜ້າທີ່ ຂອງຕົນ ເພື່ອ ໃຫ້ ນໍ້າບົກລົງ ເຊັ່ນ ແຖນລົມ ໃຫ້ ລົມ ພັດແຮງ ແຖນແດດ ໃຫ້ ແດດກ້າ ແຮງ ໃຫ້ ນໍ້າ ບົກ ໄວ ໆ, ແລະ ເຮືອສະເພົາ ກໍ່ຕໍ່າລົງມາ ຕາມ ນໍ້າ ຈົນເຖີງ ເມືອງລຸ່ມເຮົານີ້, ເຮືອສເພົາ ໄດ້ມາຈອດລົງ ບ່ອນເກົ່າ , ເຮືອສເພົາ ຈົມລົງຂີ້ຕົມ ເຄີ່ງໜື່ງ , ແຕ່ວ່າ ຄົນ ໃນເຮືອ ບໍ່ມີໄຜຈື່ໄດ້ ແລະ ຫຼົງລືມໄປ ໝົດຄູ່ຢ່າງ, ສະນັ້ນ ຈື່ງ ເອີ້ນວ່າ ລາວຫຼົງ, ເມື່ອ ແຜ່ນດິນ ແຫ້ງດີແລ້ວ, ກໍ່ປ່ອຍສັດລົງມາ ແລະ ເຄື່ອງປູກ ລົງມາ ສ້າງຢູ່ທຳກິນ . ຫຼາຍປີມາ ເຮືອສເພົາ ຈື່ງຄ່ອຍກາຍເປັນພູ ເອີ້ນວ່າ ພູສເພົາ ຕໍ່ມາ ສຽງເອີ້ນ ປ່ຽນເປັນ ພູສະພອງ ດັ່ງຄູ່ມື້ນີ້ ຊື່ງ ຕັ້ງຢູ່ ກາງແຂວງ ອັຕາປື.
ເມື່ອ ພຍາ ຜູ້ເປັນ ພໍ່ ຕາຍແລ້ວ , ຈື່ງອະພິເສກ ທ້າວແຖນຫຼ້າ ເປັນ ພຍາ ເອີ້ນວ່າ ພຍາ ລາວຫຼົງ ແລະ ເອີ້ນຊື່ ເມືອງວ່າ ນຄອນ ລາວຫຼົງ.
ນີ້ ເປັນນິທານ ປູ່ແຖນຫຼ້າ ຍ່າຄຳສົງກາ ແມນຫຼໍ່ ສືບມາ ຂອງ ອັຕາປື.
ອັຕຕາປີ ມີຂອບເຂດ: -ດ້ານໄຕ້ ພຽງ ປາກ ນໍ້າເຊກອງ ຕົກ, -ດ້ານຕາເວັນອອກ ພຽງ ໄມ້ລົ້ມແບ່ງ ສາຍພູແດນແກວ ແຕ່ຕໍ່ມາ ພວກແກວ ລັກຫຍັບເຂົ້າມາຮອດ ໜອງໄກ່ໂອກ ຍອດນໍ້າອາງ ແລະ ຕໍ່ມາ ຫຍັບມາອີກ ຕັ້ງເສົາຫີນ ໄວ້ ໜອງຟ້າ, -ທິດເໜືອ ພຽງ ເມືອງ ພຍາ ຕຸ້ມວາງ (ຕຸ້ມພວັງ) ຕະໂປນ ໂພນສິມ ຄື ແຕ່ ນໍ້າຂອງ ຮອດ ໄມ້ລົ້ມແບ່ງ ສາຍພູ ແດນແກວ, -ທິດຕາວັນຕົກ ແມ່ນ ນໍ້າຂອງ ເປັນແດນ.
ແຕ່ ສມັຍກາງ ເຖີງ ປຈຸບັນ ""
ປີ ບໍ່ທັນສາມາດ ຢັ້ງຢືນ ທີ່ແນ່ນອນ ເທື່ອ.

"" ແຕ່ ໂດຍລວມ ແລ້ວ ເມື່ອ ມາຮອດ ພສ 1143 ເຖີງ 1300 ຂອມ ເຮືອງອຳນາດ ກວມເອົາ ອານາຈັກ ທວາຣາວະດີ ອານາຈັກ ສີໂຄຕະບູນ ເປັນເມືອງຂື້ນ ຂອງ ຂອມ, ນະຄອນ ລາວຫຼົງ ກໍ່ເໝືອນກັນ, ສ່ວນ ອານາຈັກ ໂຍນົກ ອານາຈັກ ຈຸລະມະນີ ນັ້ນ ແມ່ນ ຂື້ນ ພຽງ ບາງສ່ວນ,
ສນັ້ນ ໃນ ພສ 1297 ຂຸນລໍ ລູກຊາຍກົກ ຂອງ ຂຸນບູລົມ ກສັດອ້າຍລາວ ທາງພາກເໜືອ ຈື່ງໄດ້ ແຕ່ງ ຂຸນ ລົກກົມ ລົງມາ ປົດປ່ອຍເອົາ ສີໂຄຕບູນ ຄືນມາໄດ້ , ແລ້ວ ຈຳປາສັກ ແລະ ນຄອນ ລາວຫຼົງ ຈື່ງ ແຂງເມືອງ ຄືນມາໄດ້.
ຖືວ່າ ນຄອນ ລາວຫຼົງ ເປັນ ເມືອງຂື້ນ ຂອງ ຂອມ 139 ປີ ຄື ແຕ່ ພສ 1143 ເຖີງ 1282 . ແລ້ວ ປົກຄອງກັນ ມາຮອດ 5 ເຊັ່ນ ພຍາ ໄດ້ ປມານ 25 ປີ ອານາຈັກຕ່າງ ໆ ກໍ່ປົດປ່ອຍໄດ້.
ແຕ່ວ່າ ໃນຊ່ວງ ພສ 1225 ເຊື້ອ ກສັດ ລາວຫຼົງ ຍັງສືບຕໍ່ປົກຄອງມາ ຈົນຮອດ ສມັຍ ພຍາ ລາວຫຼົງ ມີ ລູກສາວ ຊື່ວ່າ ນາງ ສີພະເກສ ຜູ້ແສນງາມ, ໂດຍ ປະກາດວ່າ ເຊື້ອພຍາລາວ ຜູ້ໄດ໋ ສ້າງຜາສາດຫີນ ໃຫ້ ນາງ ສີພະເກດ ຢູ່ໄດ້ ແມ່ນ ຈະໄດ້ແຕ່ງ ໃຫ້ເປັນ ມະເຫສີ ຂອງຜູ້ນັ້ນ.

ພຍາ ກົມະທາ ຜູ້ປົກຄອງ ເມືອງ ຈຳປາສັກ ທີ່ມີສາຍເລືອດ ພໍ່ເປັນລາວ ແມ່ ເປັນ ຈາມ ປສົມ ຂອມ, ຈື່ງໄດ້ ຂໍອາຣາທນາ ອັນເຊີນ ຂໍໃຫ້ ທ່ານ ວິສນຸ ເທວບຸຕ ມາສ້າງ ຜາສາດ ໃຫ້ ນາງ ສີພເກສ ທີ່ກາງເມືອງ ປາກນໍ້າເຊຊຸຕົກ, ແລ້ວ ມາແຕ່ງເອົາ ນາງ ສີພເກສ ເປັນ ມເຫສີ ຜູ້ທີສາມ ເປັນ ຝ່າຍຊ້າຍ ໄດ້ ລູກຊາຍ ຊື່ວ່າ ທ້າວ ຄຳຄັດ, ເມື່ອ ທ້າວ ຄໍາຄັດ ອາຍຸ ໄດ້ 3 ປີ ຄື ພສ 1229 ພຍາ ລາວຫຼົງ ຜູ້ເປັນ ພໍ່ເຖົ້າ ກໍ່ຕາຍ, ແລ້ວ ທ້າວຄຳຄັດ ກໍໄດ້ ສເວີຍ ເມືອງ ສີບແທນຕໍ່ມາ ຕາມບັນຊາຂອງ ພຍາ ກົມທາ, ແລະ ໄດ້ປ່ຽນ ຊື່ເມືອງມາເປັນ ເມືອງ ຣາມະລັກ ອົງການ ແລະ ໂຮມເອົາ ຈຳປາສັກ ກັບ ຣາມລັກອົງການ ເປັນ ເມືອງດຽວກັນ ໂດຍຂື້ນກັບ ອານາຈັກ ຄຳມ່ວນ ສີໂຄຕບູນ ຟູນັນ, ຊື່ງມີ ຂຸນ ລົກກົມ ລູກຊາຍ ຜູ້ທີ 6 ຂອງ ຂຸນ ບໍລົມ ຣາຊາທິຣາຊ ເປັນ ຜູ້ປົກຄອງ. ພຍາ ຄຳຄັດ ອາຍຸ 53 ປີ ກໍຕາຍ ໃນ ພສ 1279.

ພສ 1844 ຣາມລັກ ອົງການ ເປັນ ເມືອງຮ້າງ ຍ້ອນ ພັຍພຍຸພິບັດ ( ມີ ສເພາະ ປວັຕ ການເກີດມີ ໜອງລົມ ດິນຫຼົ່ມເອົາຂ້າ ) ຊາຕຂອມ ຈື່ງ ເຂົ້າ ຢຶດຄອງ ເອົາ ຈົນຮອດ ພສ 1892 ແລ້ວ ພຍາ ນຄອນຫຼວງ ຂອມ ຈື່ງມອບ ໃຫ້ ເຈົ້າຟ້າງຸ່ມ.

ພາຍຫຼັງ ທີ່ ໄປຄອງ ນຄອນ ຊຽງໃໝ່ ເມື່ອ ອາຍຸ ໄດ້ 9 ປີ ຈົນເຖີງ 12 ປີ ແລ້ວ ເຈົ້້າ ຊັຍເສຖາທິລາຊ ກໍກັບມາ ຫຼວງພະບາງ ຍ້ອນ ພໍ່ ຂອງເພີ່ນ ເຖີງແກ່ກັມ ເພື່ອ ສືບຕໍ່ ຄອງ ຫຼວງພະບາງ ຈົນຮອດ ອາຍຸ 16ປີ ຈື່ງ ຍ້າຍເມືອງຫຼວງລົງມາ ທີ່ ວຽງຈັນ ຕາມນິມິຕເກນເມືອງ ຂອງຍານ ໂພທິສັຕ ແລະ ສ້າງສາ ບູລະນະ ພະທາຕຫຼວງ ດັ່ງຮູບ ປຈຸບັນ ຕາມ ກະແສ ພະໂພທິຍານຈິຕ ນິມິດ, ພ້ອມທັງສ້າງ ພະອົງຕື້ ພະສຸຂ ພະໃສ ພະເສີມ. ແຕ່ ພໍຮອດ ປມານ ພສ 2115 ເຈົ້າ ຊັຍເສຖາທິຣາຊ ໂພທິສັຕ ເຫັນວ່າ ຕົນມີກັມ ທີ່ຈະມາເຖີງ ຈື່ງຕ້ອງ ໄດ້ລົງໄປໄຊ້ກັມ ຊົ່ວຄາວ ຄື ທ້າວພຍານະຄອນ ຫຼອກລົງມາຂ້າຖີ້ມ ແຕ່ ຂ້າພະອົງບໍ່ຕາຍ. ແລ້ວ ທ່ານ ກໍ່ສືບຕໍ່ເຂົ້າໄປ ຢູ່ນໍາ ພວກຂ້າລະແວ ຖືວ່າ ເປັນຂ້ອຍໃຫ້ຂ້າໄຊ້ ຄື ລ້ຽງລູກໃຫ້ຂ້າ ຈົນເປັນ ໝາກອຶ ໝາກຝັກ ຈົນຂ້າຢ້ານ, ບອກຂ້າ ສານກວຍຕາຮາງໃຫ້ ແລ້ວ ໃຫ້ຂ້າ ເອົາໄປແຊ່ນໍ້າ ຢູ່ນໍ້າເຊ ມື້ລຸນມາ ຂ້າໄປຢາມ ໄດ້ປາມາຫຼາຍ ກິນທໍ່ໄດ ກະບໍ່ເໝິດ , ແຂ່ງ ຍິງທະນູ ໃສ່ຝາຫີນ ກັບຂ້າ ຂ້າຍິງບໍ່ເຂົ້າ ແຕ່ ທ່ານຍິງຖືກເປົ້າເຂົ້າເລິກ ຂ້າຢ້ານແຮງ, ແລ້ວຈື່ງບອກ ໃຫ້ຂ້າ ເອົາ ຕົວທ່ານນີ້ໄປຂາຍ ເປັນ ຄຳ ຫ້າຮ້ອຍບາດ ເງິນ ຫ້າຮ້ອຍບາດ ຂ້ອຍຍິງ 5ຄົນ ຂ້ອຍຊາຍ 5ຄົນ ໃຫ້ ເຈົ້້າເມືອງ, ແລ້ວ ເຈົ້າເມືອງຊື້ເອົາ ແລ້ວເປັນສ່ຽວກັບເຈົ້າເມືອງ . ຢູ່ນຳ ພຍາ ໂສມາຣິທິ ເຈົ້າເມືອງ ແລ້ວ ພ້ອມກັນ ໄລ່ຕີກອງທັບ ຂອງ ພຍາ ຊຽງໄຕ້ ພຍາ ຊຽງເໜືອ ແລະ ພຍາ ນຄອນ ຄຸງຮອດ ວຽງຈັນ, ຢູ່ ວຽງຈັນ 5 ເດືອນ ພມ້າ ກໍ່ມາອ້ອມ ວຽງຈັນ ແລ້ວ ເຈົ້າ ຊັຍເສຖາທິຣາຊ ກັບ ພຍາ ໂສມາຣິທທິ ຈື່ງ ພ້ອມກັນ ເຊີນ ພມ້າ ມາຮ່ວມເຮັດບຸນ ຫຼໍ່ ພອົງຕື້ ແຕ່ ທ້າວ ພຍາ ບູເລັງນອງ ຜູ້ຊະນະ 10 ທິສ ບໍ່ກ້າ ຢ້ານມືເປື່ອຍ. ແລ້ວ ກາງຄືນ ທ່ານ ຈື່ງເຂົ້າໄປ ແຕ້ມຄໍ ພວກພມ້າ ດ້ວຍປູນຂາວ ຖືວ່າ ຂ້າ ດ້ວຍ ຈິຕສໍານຶກ ຂ້າກິເລດຕັນຫາ ອອກຈາກໃຈ, ແລ້ວ ເຊົ້າຮຸ່ງມາ ພມ້າ ທ້ວງກັນ ວ່າເປັນຫຍັງມີປູນແຕ້ມຄໍ ແຕ່ລະຄົນ, ແລ້ວ ພມ້າ ຢ້ານ ຈື່ງ ນໍາມາ ຂໍຜູກມິຕໄມຕີ ແລ້ວ ແກະສະຫຼັກຫີນ ຮູບເມັຍ ຂອງ ທັງສອງທ່ານໄວ້ ເປັນ ສັນຍາລັກ ໄມຕີຈິຕ ທີ່ວັດ ອິນແປງ ເຖິງປະຈຸບັນ.

ແລ້ວ ຕໍ່ມາກໍ່ລົງມາ ສ້າງ ເມືອງ ຣາມະລັກອົງການ ພ້ອມກັນ ຕັ້ງເມືອງໃໝ່ ຢູ່ທີ່ ບ້ານ ຫາດຂີ້ຄວາຍ ສາຍນໍ້າ ເຊກະໝານ ຝັ່ງຊ້າຍ, ໂດຍຕັ້ງຊື່ ອັນເປັນມຸງຄຸນ ໃຫ້ວ່າ "ເມືອງ ອັຕາປື "
ແປວ່າ ເມືອງ ອຸດົມສົມບູນ ຄື ເມືອງ ອັຕາເຕັມ ຄວາມໝາຍແມ່ນ ດິນແດນ ທີ່ ອຸດົມສົມບູນ ໃນຕົວມັນເອງ ຢ່າງເຕັມປ່ຽມ, ອັຕາ ແມ່ນ ຄວາມຕ້ອງການທີ່ພໍດີ, ປື ແມ່ນ ເຕັມ.
ເມື່ອ ສ້າງເມືອງແລ້ວ ເຈົ້າ ຊັຍເສຖາທິຣາຊ ຈື່ງໄດ້ສັ່ງສອນ ຊາວ ອັຕຕາປື ວ່າ:
ເຈົ້າ ທ້າວ ພຍາ ໃຫ້ ປົກຄອງ ຕາມ ຄອງ ທັມມິກກະຣາຊ ເນີ , ໃຫ້ ຮັກ ປະຊາຊົນ ຄື ລູກຄີງ ເນີ, ປະຊາຊົນ ກໍ່ໃຫ້ ຮັກແພງ ທ້າວພຍາ ຄື ພໍ່ ເນີ, ໃຫ້ ຝູງເຈົ້າ ຮັກແພງ ປະເທສຊາຕ ລ້ານຊ້າງວຽງຈັນ ອັນເປັນ ເຊື້ອຊາຕລາວແທ້ ໆ ຂອງຕົນ ໃຫ້ດີ ແທ້ເນີ, ຢ່າໄປ ຫຼົງເຫັນດີ ນຳ ຄົນຕ່າງດ້າວ ທ້າວຕ່າງແຊງ, ນົກ ຮ້ອງ ຢ່າວ່າດີ ທນີ ຮ້ອງ ຢ່າວ່າມ່ວນ ຈົນລືມໂຕ ດາຍ, ຢ່າເຫັນໝູ່ໜ້າ ດີກວ່າ ໝູ່ຫຼັງ, ຢ່າຫວັງກິນນໍ້າ ບໍ່ໜ້າ, ຢ່າເຫັນຊູ້ ດີກວ່າເມັຍ, ມັນ ຊິ ເສຍຊາຕ ຂາດທຶນ, ໃຫ້ຖື ຊາຕລາວ ເຮົານີ້ ສຳຄັນ ດັ່ງຊີວິດ ເນີ, ໃຫ້ສູເຈົ້າພ້ອມກັນ ຮັກສາ ຊາຕເຊື້້ອ ເຂຕນໍ້າ ແດນດິນ ໃວ້ໃຫ້ດີ ອີຫຼີ ເນີ. ...ອັນສຳຄັນນີ້ ຄັນວ່າ ຍາມເມື່ອ ອັຕາປື ປື້ງ ຊິ ຂາຍຄຳ ແລກຂີ້ໄກ່ ໄດ໋ເນີ , ສາລະວັນ ຂີ້ໄຮ້ ຊິ ຂາຍຊ້າງ ແລກ ກະບອງ ໄດ໋ເນີ ... ໃຫ້ ພວກສູເຈົ້າ ລະວັງແທ້ ໃຫ້ດີ ແນ່ເນີ ຊັບໃນດິນ ສິນໃນນໍ້າ ເຮົານີ້ ພວກໝູ່ຊາວຕ່າງຊາຕ ຊິມາລໍ້ຫຼວກເອົາ ຍ້ອນຟູງເຈົ້າ ປັນຍາປູ້ ບໍ່ທັນເຂົາ ພໍ່ຄ້າໃຫຍ່ ລູກເອີຍ ພໍ່ນີ້ຮູ້ແຈ່ມແຈ້ງ ພາຍໜ້າ ຈື່ງຈາເວົ້າບອກເຕືອນ ລູກພໍ່ເອີຍ.
ຊື່ງ ເປັນ ສັນຍາລັກ ກ່ອນອຳລາ ແລ້ວ ມື້ລຸນມາ ທ່ານ ກໍ່ ອອກຈາກເມືອງ ຫາຍຕົວໄປ ເຂົ້າປ່າ ຈາກໄປ ເພື່ອ ບໍາເພັນ ປາຣະມີ ໂພທິສັຕ ຕໍ່ໄປ.
ເຈົ້າ ຊັຍເສຖາ ນີ້ ທ່ານ ເປັນ ພະໂພທິສັຕ ຜູ້ມີ ອິທິຣິດມາກ
ມີ ຄວາມຮູ້ ດ້ວຍ ທິພຈັຂຸ ຍານ ແຈ່ມໃສ່. ທ່ານ ປາຖນາ ພຸທພູມ. ທ່ານ ຕິດພັນ ແລະ ຮັກ ຊາວອັຕາປື ມາກ ເປັນ ກໍລະນີພິເສດ.

ຄຸນສົມບັຕພິເສດ ຂອງ ເຈົ້າ ຊັຍເສຖາທິຣາຊ ທີ່ ຊາວ ອັຕາປື ຮູ້ຈັກດີ
ໃຫ້ ພວກຂເມນ ຄື ທ້າວ ພຍາ ນຄອນ ຂ້າ ບໍ່ຕາຍ.
ໃຫ້ພວກຂ້າ ຕີລາຄາ ຂາຍ ພະອົງ ເປັນຄຳ 500 ບາດ ກັບ ຂ້າທາດ ຊາຍ 5 ຄົນ ຍິງ 5 ຄົນ.
ໃຫ້ ພວກຂ້າ ສານ ກວຍຕາຮ່າງ ເຮັດໄຊ ໄປໃສ່ປາ ແລ້ວ ມາ ປີ້ງ ໃຫ້ ພວກຂ້າ ກິນແກ້ມເຫຼົ້າ ກິນເທົ່າໄດ ກໍ່ບໍ່ໝົດ.
ເອົາ ກວຍຕາຮ່າງ ໂຕ່ງນໍ້າລິນ ໃສ່ ເຫຼົ້າໃຫ ໃຫ້ ພວກຂ້າກິນ ກິນບໍ່ເໝິດ ຈັກເທື່ອ ເປັນ ອັສຈັນ.
ເຝົ້າ ລູກ ໃຫ້ ພວກຂ້າ, ລູກຂ້າ ກາຍເປັນ ໝາກອຶ ໝາກຟັກ ຈົນ ຂ້າ ງຶດງໍ້.
ແຂ່ງ ຍິງ ທະນູ ໃສ່ ໜ້າຝາຫີນ ລູກທະນູ ສຽບເຂົ້າ ໜ້າຝາຫີນ ຈົນຂ້າຢ້ານ.
ນຳພາ ປະຊາຊົນ ໝາຍແດນເມືອງ ດ້ວຍ ເສົາຫີນ ຢູ່ ເຂດ ໄມ້ລົ້ມແບ່ງ ສາຍພູແດນແກວ.
ນຳພາ ປະຊາຊົນ ຕັ້ງເມືອງ ຊື່ວ່າ ອັຕາປື.
ສ້າງວ້ຕ ແຂ່ງກັນ ໃຫ້ແລ້ວມື້ດຽວ, ພະອົງ ຜູ້ດຽວ ສ້າງວັຕທາຕ, ຝູງທ້າວພຍາ ກັບ ຊາວເມືອງ ສ້າງວັດຫຼວງ ແລ້ວມື້ດຽວ.

ສັ່ງລາ ອອກບວດ ບໍາເພັນ ປາຣມີ ໂພທິຍານ ແລ້ວ ຫາຍຕົວໄປ ເປັນ ອັສຈັນ.
ມີ ບາງຄົນ ສົງໃສ ວ່າ ທ່ານ ຖືກ ພວກກະບົດ ທີ່ ອັຕປື ຂ້າຖີ້ມ ໂດຍ ມີທາຕ ຂອງເພີ່ນ ຢູ່ວັດທາຕນັ້ນເປັນ ເລື່ອງ ທີ່ ປຸຖຸຊົນ ຄົນທຳມະດາ ຄິດ ເປັນສ່ວນມາກ
ຄວາມຈິງແລ້ວ ປາຣມີ ຂອງທ່ານ ສົມບູນ 30 ທັສ ແລ້ວ ຄື ເປັນ ສມາຕິງສະ ປະຣະມັຖ ປາຣມີ ດັ່ງທ່ານ ສ້າງລູກທາດ ໄວ້ ຕີນທາຕຫຼວງ 30ລູກທາຕ ນັ້ນເອງ ແລະ ແມ່ທັບ ພມ້າ ທ່ານ ບູເລັງນອງ ກໍຍັງ ສະທ້ານສະເທື່ອນ ທ່ານຢູ່ແລ້ວ. ...

ນັບຕັ້ງແຕ່ ອດີດ ຈົນເຖິງ ປຈຸບັນ ອັຕາປື ຍັງຄົງຄວາມເປັນ ເອກລັກ ໄວ້ໄດ້ເປັນຢ່າງດີ ນັ້ນ ກໍຄື ວິຖີ ການດຳລົງຊີວິດ ແລະ ຮີດຄອງ ວັດທະນະທຳ ອັນເກົ່າແກ່ ທີ່ມີມາ ແຕ່ ບູຮານກາລ, ຫຼາຍຄົນ ອາຈສົງໃສວ່າ ທີ່ ອັຕາປື ຈະມີ ເມືອງ ໆ ໜຶ່ງ ທີ່ມີ ຊື່ວ່າ ຊັຍເສຖາ ເຊິ່ງຈະຄ້າຍໆ ກັບ ຊື່ເມືອງ ທີ່ ຢູ່ນະຄອນຫຼວງວຽງຈັນ ແລະ ຄ້າຍຄືກັບ ຊື່ ຂອງ ອດີດ ພເຈົ້າແຜ່ນດິນລ້ານຊ້າງ ສມັຍກ່ອນ ນັ້ນກໍຄື ພະເຈົ້າຊັຍເສຖາ ນັ້ນເອງ, ແນ່ນອນຊື່ໆ ນີ້ມີຄວາມກ່ຽວຂ້ອງກັນ, ເພາະວ່າ ເມື່ອ ສມັຍລາຊການ ຂອງພະເຈົ້າໄຊຍະເສດຖາທິລາດ ພະອົງໄດ້ເດີນ ທາງລົງໄປກວດລາຊະການແຜ່ນດິນ ທີ່ ພາກໃຕ້ລາວ ທີ່ ອັດຕະປື ໃນປັດຈຸບັນນີ້ ແລະ ພະອົງໄດ້ ຫາຍຕົວ ແລ້ວຊິ້ນພະຊົນ ຢູ່ທີ່ນັ້ນ ເພື່ອເປັນການຈາລຶກບຸນຄຸນ ແລະ ຄຸນງາມຄວາມດີ ຂອງ ພະອົງ ເອົາໄວ້ ຈິ່ງ ໄດ້ຕັ້ງ ຊື່ເມືອງ ຂຶ້ນມາ ທີ່ຊື່ວ່າ ເມືອງໄຊເສດຖາ ແລະ ເຄີຍເປັນສູນກາງການປົກຄອງຂອງແຂວງ ກ່ອນທີ່ຈະປ່ຽນມາຕັ້ງໃໝ່ ທີ່ ເມືອງສາມັກຄີໄຊ ໃນດຽວນີ້.
ລັຄນ ພູມສັນຖານ

ອັຕາປື ດິນແດນທີ່ຕັ້ງ ທາງທິດຕາເວັນອອກສຽງໃຕ້ ຂອງ ລາວ ແລະ ເປັນດິນແດນ ທີ່ ອຸດົມສົມບູນ ໄປດ້ວຍ ຊັບພະຍາກອນ ທຳມະຊາດ ອັນຫຼາກຫຼາຍ ແລະ ຂຶ້ນຊື່ ລືນາມ ທາງດ້ານມູນເຊື້ອ ປວັດສາດ ວັທນທັມ ອັນເກົ່າແກ່ ທີ່ ແອບແຝງ ຄວາມໜ້າສົນໃຈ ເອົາໄວ້ ເປັນໜ້າ ຄົ້ນຫາ ເປັນຢ່າງຍິ່ງ

ພູມີປະເທດ ສ່ວນໃຫຍ່ ຂອງ ແຂວງອັຕາປື ແມ່ນ ປກອບ ໄປດ້ວຍ ປ່າໄມ້ ແລະ ຂຸນເຂົາ ທີ່ມີ ຄວາມອຸດົມສົມບູນ ທີ່ສຸດ ອີກແຫ່ງໜຶ່ງ ຂອງ ລາວໂດຍ ມີ ແມ່ນ້ຳເຊກອງ ແລະ ສາຍເຊຂະໝານ ໄຫຼຜ່ານ ໃຫ້ຄວາມຊຸ່ມເຢັນ ແລະ ຫຼໍ່ລ້ຽງຊີວິດ ຂອງ ພີ່ນ້ອງ ຊາວອັຕາປື ມາຕັ້ງແຕ່ບູຮານກາລ ແລະ ໄດ້ກາຍເປັນ ເອກລັກໜຶ່ງ ທີ່ສຳຄັນ ຂອງ ແຂວງອັຕາປື ໂດຍສເພາະ ນັກທ່ອງທ່ຽວ ທີ່ຢາກສຳຜັດກັບທັມຊາດ ແລະ ການຜຈົນໄພ ມີນັກທ່ອງທ່ຽວຫຼາຍໆຄົນ ໃຫ້ ສາຍຍາ ດິນແດນແຫ່ງນີ້ ວ່າ “ເມືອງສວນ” ເນື່ອງຈາກ ມີ ທັມຊາຕ ທີ່ ອຸດົມສົມບູນ, ອາກາດບໍລິສຸດ ແລະ ບັນຍາກາດທີ່ ງຽບສງົບ.

ທີ່ຕັ້ງ
  • ທິດເໜືອຕິດກັບ ແຂວງເຊກອງ
  • ທິດໃຕ້ຕິດກັບ ແຂວງຊຽງແຕງ ແລະ ແຂວງຣັຕນຄີຣີ ຂອງ ຣາຊອານາຈັກກຳປູເຈຍ
  • ທິດຕາເວັນອອກຕິດກັບ ສ.ສ ຫວຽດນາມ
  • ທິດຕາເວັນຕົກຕິດກັບ ແຂວງຈຳປາສັກບັນດາເມືອງ
ແຂວງອັຕາປຶ ປະກອບດ້ວຍ 5 ເມືອງ ໄດ້ແກ່ :
  • ໄຊເຊດຖາ (Xaysetha)
  • ສາມັກຄີໄຊ (Samakkhixay)
  • ສະໜາມໄຊ (Sanamxay)
  • ຊານໄຊ (Sanxay)
  • ພູວົງ (Phouvong)
ແຫຼ່ງທ່ອງທ່ຽວ
  • ນ້ຳຕົກຕາດຈໍ ຢູ່ບ້ານ ວັງໄຊ ເມືອງ ຊານໄຊ ແຂວງ ອັດຕະປື
  • ວັດຫຼວງລັດຕະນາລາມ
  • ວັດຝັ່ງແດງ
  • ວັດຫລວງເມືອງເກົ່າວະລາລາມ
  • ຂົວຂ້າມແມ່ນ້ຳເຊກອງ
  • ຕະຫຼາດໃຫຍ່
  • ອະນຸສາວະລີ ວິລະຊົນລາວ - ຫວຽດນາມ
  • ອະນຸສາວະລີ ປະທານໄກສອນ ພົມວິຫານ
  • ໜອງຟ້າ
  • ວັດພະອົງແສນສຸຂະຣາມ ບ້ານສະແຄະ
  • ວັດທາດ ເຈົ້າໄຊເສດຖາທິລາດ
  • ນ້ຳຕົກຕາດຫົວຄົນ
  • ນ້ຳຕົກຕາດພອກ
  • ນ້ຳຕົກຕາດເຊປ້ອງໄລ
  • ນ້ຳຕົກຕາດໂອດ
  • ນ້ຳຕົກຕາດຫຍ້າ
  • ນ້ຳຕົກຕາດເຊພະ
  • ນ້ຳຕົກຕາດກົບເຊປຽນ
  • ນ້ຳຕົກຕາດຫຸຸງເຊຄຳພໍ
  • ນ້ຳຕົກຕາດສະໝອງພາກ
  • ລູກສອນໄຟເກົ່າ ສະໄຫມໂຊຫວຽດ...
  • ວັດຫລວງ ເມືອງ ຊານໄຊ ແຂວງ ອັດຕະປື

กำเนิดนครจำปาสัก / ກໍາເນີດນະຄອນຈໍາປາສັກ

กำเนิดนครจำปาสัก / ກໍາເນີດນະຄອນຈໍາປາສັກ


ເດີມນັ້ນເມືອງຈໍາປາສັກມີຊື່ວ່າ:”ເມືອງຈໍາປານະຄອນ”ປົກຄອງໂດຍພະຍາກໍາມະທາ(ຄົນຈາມ) ເມື່ອພະຍາກໍາມະຫາເຖີງແກ່ອະສັນຍະກໍາແລະ ແລະມີໂອລົດສືບແທນເຈົ້າຝ່າຍຂະເຫມນຈື່ງຂື້ນມາແທນເມືອງທີ່ພະຍາກໍາມະທາສ້າງປະໄວ້ແລ້ວຕັ້ງຊື່ເມືອງໃຫມ່ຂຶ່ນວ່າ: “ນະຄອນກາລະຈຳບາກນາຄະບູຣີສີ”ເມື່ອເຈົ້າເມືອງຂະເຫມນຜູ້ນີ້ສ້ຽງຊີບແລ້ວລູກຊາຍຊື່ວ່າ: ເຈົ້າສຸທັດຣາຊາຂຶ້ນແທນບິດາຈົນຮອດປີຄສ1628ເຈົ້າສຸທັດຣາຊາກໍ່ໍ່ຊິ້ນພະຊົນ ບໍ່ມີໂອຣົດສືບແທນຈຶ່ງໄດ້ເວັ້ນວັກການຄອງເມືອງເຖິງ10ປີຮອດປີຄສ1638 ຊາວເມືອງຈຶ່ງພ້ອມກັນເຊີນເອົາຊາຍຜູ້ນຶ່ງຂຶ້ນເປັນເຈົ້າເມືອງປົກຄອງບ້ານສືບຕໍ່ມາເມື່ອຊາຍຜູ້ນັ້ນໄດ້ມໍລະນະກຳແລ້ວ ບໍ່ມີລູກຊາຍມີແຕ່ລູກສາວຊື່ນາງເພົາຈຶ່ງໄດ້ປົກຄອງເຄືອງແທນຕໍ່ມາ.ໃນເວລານັ້ນເຈົາປານຄຳຊຶ່ງເປັນນາຍຄ້ອງຊ້າຍຫລື ເຈົ້າກົມຊ້າງຢູ່ເມືອງຫນອງບົວລຳພູໄດ້ນຳໄພພົນຂອງຕົນໄປທ່ຽວຄ້ອງຊ້າງຢູ່ເຂດເມືອງຈຳປາສັກ, ເຈົ້າປາງຄຳຈຶ່ງມັກຮັກກັບນາງເພົາຜູ້ເປັນເຈົ້າເມືອງຈົນຕັ້ງຄັນ.ເວລານາງເພົາປະສູດລູກ,ທ້່ວປາງຄຳກໍ່ໄດ້ກັບເມືອແລ້ວ, ນາງເພົາກໍ່ປະສູດລູກອອກມາເປັນຜູ້ຍິງແລະໃສ່ຊື່ວ່ານາງແພງ,ເມື່ອນາງເພົາໄດ້ມໍລະນະກຳໄປແລ້ວນາງແພງ ກໍ່ໄດ້ປົກຄອງເມືອງແທນຕໍ່ມາ.

ສາສະຫນາ ແລະ ວັດທະນະທຳ
ປະຊາຊົນບັນດາເຜົ່າແຕ່ດຶກດໍາບັນທີ່ອາໄສຢູ່ແຂວງສະຫວັນນະເຂດປັດຈຸບັນໄດ້ມີການເຊື່ອຖືຜີພໍ່ຜີແມ່,ຜີມະເຫສັກຫລັກຄຸນ, ຜີປ່າຜີພູ.ຕໍ່ມາໃນສັດຕະວັດທີXIV,ສົມເດັດເຈົາຟ້າງຸ່ມໄດ້ຂຶ້ນຄອງຣາຊະບັນລັງ, ມະເຫສີຂອງພະອົງໄດ້ຜາລົບນຳເພື່ອໄປຂໍເອົາພະພຸດທະສາສະຫນາລັດທິລັງກາວົງເຂົ້າມາເຜີຍແຜ່,ສົມເດັດເຈົ້າຟ້າງຸ່ມ ຊົງເຫັນດີຈຶ່ງໄດ້ແຕ່ງຕັ້ງຣາສະທູດຄະນະຫນຶ່ງໄປປະເທດຂະເຫມນເພື່ອນິມົນເອົາພະເຖຣະຜູ້ຊົງຄຸນວຸດທິມາຍັງນະຄອນຊຽງດົງ - ຊຽງທອງ.ເມື່ອຂະນະທູດໄປສະເຫນີເຈດຈໍານົງຕໍ່ກະສັດຂະເຫມນແລ້ວກໍ່ໄດ້ຮັບພະຣາຊະທານ ພະພຸດທະຮູບສັກສິດເບັນຈະໂລຫະນາມວ່າ: ພະບາງ ແລະ ມີຜູ້ຕິດຕາມມານຳຄື:

· ພະມະຫາເທບສັງກາ
· ພະມະຫາປະສະມັນທະເຖຣະ
· ນັກປາດຜູ້ຮຽງຈົບພະໄຕປີດົກສາມທ່ານຄື:
- ນໍລະສິງ
- ນໍລະເດດ


- ນໍລະສາດພາຍຫລັງມາຮອດຊຽງດົງຊຽງຊຽງທອງແລ້ວກໍ່ໄດ້ເລີ່ມການເຜີຍແຜ່ ແລະກໍ່ໄດ້ມີການຕອບຮັບຈາກປະຊາຣາດສະດອນເປັນຢ່າງດີ.ດິນແດນສະຫວັນນະເຂດ ເປັນບ່ອນຫນຶ່ງທີ່ໄດ້ຮັບການເຜີຍແຜ່ພະພຸດທະສາສະຫນານີ້ຢ່າງກວ້າງຂວາງຊຶ່ງປະຊາຣາດສະດອນກໍ່ໄດ້ມີການເຫລື່ມໄສໃຈ
ສັດທາຈິ່ງໄດ້ພ້ອມພາກັນສ້າງສາວັດວ່າອາຣາມ ແລະ ບູລະນະປະຕິສັງຂອນປູສະນີຍະສະຖານທີ່ສັກສິດ ລະ ເກົ່າແກ່ໄວ້ຫລາຍແຫ່ງ.

 ບັນດາປູສະນີຍະສະຖານ ອັນເກົ່າແກ່ທີ່ໄດ້ຮັບການບູລະນະັສ -ປະຕິສັງຂອນແລະໄດ້ສ້າງຂຶ້່ນໃຫມ່ຄື:
1. ທາດອີງຮັງຕັ້ງຢູ່ບ້ານອີງຮັງເມືອງໄກສອນພົມວິຫານສ້າງໃນສະໄຫມອານາຈັກສີໂຄດຕະບອງຕອນຕົ້ນ
ແລະ ຕໍ່ເຕີມໃນສັດຕະວັດທີ XVI ສະໄຫມເຈົ້າໄຊເສດຖາທິຣາດ.
2. ທາດໂຜ່ນຕັ້ງຢູ່ບ້ານທາດໂຜ່ນເມືອງໄຊພູທອງສ້າງໃນສະໄຫມອານາຈັກສີໂຄດຕະບອງຕອນຕົ້ນແລະຕໍ່ເຕີມໃນ
ສັດຕະວັດທີ XVI ສະໄຫມພະເຈົ້າໂພທິສາຣະຣາດ.
3. ໃບເສມາພົມຢູ່ບ້ານກາງບ້ານສີໄຄ, ບ້ານມ່ວງເມືອງໄຊບູລີແລະບ້ານຕາກແດດເມືອງໄຊພູທອງ
ສ້າງເມື່ອປະມານສັດຕະວັດທີ VI – VII (ສະໄຫມຂອມແຜ່ອຳນາດເຂົ້າມາ).
4. ເຮືອຮຫີນ ຫລືວ່າ ປະສາດ ອາໂຣຄະຍາສາລາ ເມືອງໄຊພູທອງສ້າງເມື່ອສັດຕະວັດທີ VII.
5. ທາດກູ່ຕັ້ງຢູ່ເມືອງຈຳພອນ ສ້າງເມື່ອສັດຕະວັດທີ VII.
6. ຫໍໄຕ ຫນອງລຳຈັນ ເມືອງຈຳພອນ ສ້າງເມື່ອສັດຕະວັດທີ XVII.
7. ທາດນາງລາວ ເມືອງວິລະບູລີ ສ້າງເມື່ອສັດຕະວັດທີ XIX.

ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ (ປະຈຸບັັັນ) แขวง สะหวันนะเขต Savannakhet Province

ແຂວງສະຫວັນນະເຂດ|ນະຄອນໄກສອນພົມວິຫານ  (ປະຈຸບັັັນ)  แขวง สะหวันนะเขต  Savannakhet Province    (ຄຳເຄົ້າ: ແຂວງສວັຣຄ໌ນເຂຕ)ເປັນແຂວງໜຶ່ງຂອງ ສ.ປ.ປ.ລາ...